31 C
Vientiane
Friday, October 18, 2024

ຜູ້ຊະນະເລີດ ການແຂ່ງຂັນຄວາມຮູ້ດ້ານໄອທີ ລະດັບປະເທດ ຕົກໄປເປັນຂອງນ້ອງນັກຮຽນ ຢູ່ສະຫວັນນະເຂດ !

ທ້າວ ແສງໄຊ ໄຊຍະຈັກ ນັກສຶກສາຈາກມະຫາວິທະຍາໄລສະຫວັນນະເຂດ ແລະ ທ້າວ ພິລະພົນ ອິນທະວົງສາ ຈາກໂຮງຮຽນມັດທະຍົມຕອນປາຍ ໂພນສະ ຫວັນ, ແຂວງສະຫວັນນະເຂດ, ໄດ້ກາຍເປັນຕົວແທນນັກຮຽນລາວໄປຮ່ວມແຂ່ງ ຂັນຄວາມຮູ້ດ້ານໄອທີ (IT) ລະດັບໂລກ, ຊຶ່ງຈະໄດ້ຈັດຂຶ້ນແຕ່ລະຫວ່າງວັນທີ 9-12 ສິງຫາ 2015 ທີ່ຈະເຖິງນີ້, ຢູ່ເມືອງດາລາສ ລັດເທັກຊາສ ປະເທດສະ ຫະລັດອາເມລິກາ ພາຍຫລັງພວກເຂົາສາມາດຄວ້າລາງວັນຊະນະເລີດໃນລາຍ ການແຂ່ງຂັນຄວາມຮູ້ດ້ານໄອທີລະດັບປະເທດປີ 2015 ທີ່ໄດ້ເລີ່ມແຂ່ງຂັນມາແຕ່ເດືອນກຸມພາ 2015 ໂດຍມີຜູ້ເຂົ້າຮ່ວມ ແຂ່ງຂັນທັງໝົດ 500 ກວ່າຄົນຈາກ 6 ແຂວງໃນທົ່ວປະເທດຄື: ນະຄອນຫລວງວຽງຈັນ, ຫລວງພະບາງ, ສະ ຫວັນນະເຂດ, ຈຳປາສັກຊຽງຂວາງ ແລະ ແຂວງວຽງຈັນ ແລະໄດ້ປິດສາກລົງໃນວັນທີ 11 ພຶດສະພານີ້,ຊຶ່ງແມ່ນກະຊວງສຶກສາທິການ ແລະ ກິລາເປັນຜູ້ຈັດຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະ ຊວງສຶກສາທິການ ແລະ ກິລາ ດຣ ພັນຄຳ ວິພາວັນ.
ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ສຳລັບການໄປຮ່ວມແຂ່ງຂັນໄອທີລະດັບໂລກ  2015 ນີ້, ແມ່ນການທົດ ສອບທັກສະຂອງນັກຮຽນ-ນັກສຶກສາໃນການນຳໃຊ້ໂປຼແກມໄມໂຄຣຊ໊ອບອອຟຟີສ ເຊັ່ນ: ໄມໂຄຣຊ໊ອບເວີດ: ແອັກແຊວ ແລະ ພາວເວີພອຍ, ເຊິ່ງກຳນົດຜູ້ເຂົ້າຮ່ວມມີອາຍຸແຕ່ 13-22 ປີ, ໂດຍແມ່ນບໍລິສັດ ເຊີທີພອດ (Certiport) ເປັນຜູ້ຈັດຂຶ້ນໃນທຸກໆປີ.
ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles