24.3 C
Vientiane
Wednesday, November 19, 2025

Flash News

Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ. ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta...

Last News

spot_img
spot_img

ດ່ານພາສີສາກົນວັງເຕົ່າ ສາມາດເກັບລາຍຮັບ 1,2ຕື້ກີບ ເທົ່າກັບ 73,28 ສ່ວນຮ້ອຍຂອງແຜນປີການ

ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໄດ້ສ້າງຜົນສໍາເລັດຢ່າງຫນ້າພໍໃຈໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໂດຍສາມາດປະຕິບັດໜ້າທີ່ໄດ້ຢ່າງມີປະສິດທິຜົນ.

ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສໍາລັບການຈັດເກັບລາຍຮັບມອບເຂົ້າງົບປະມານສົກປີ 2025 ແຜນການຈັດເກັບ 1,682 ຕື້ກີບ, ປະຕິບັດໄດ້ໃນ 08 ເດືອນສົກປີ 2025 ເທົ່າກັບ 1,232 ຕື້ກີບ, ເທົ່າກັບ 73.28% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 20.99%, ຄາດຄະເນຈະຈັດເກັບລາຍຮັບມອບເຂົ້າງົບປະມານໝົດປີ 2025 ຈະຈັດເກັບໄດ້ປະມານ 1,840 ຕື້ກີບ, ເທົ່າກັບ 109.90% ຂອງແຜນການປີ. ລາຍຮັບຕົ້ນຕໍໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງກໍ່ສ້າງ, ພາສີຂາ ອອກ, ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່, ຄ່າທໍານຽມຕ່າງໆ ແລະ ສິນຄ້າປະເພດອື່ນ ທີ່ນໍາເຂົ້າ-ສົ່ງອອກຜ່ານດ່ານພາສີ ສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ.

ທ່ານ ພູຊ່ອງ ສົມຄິດ ກ່າວຕື່ມອີກວ່າທັງໝົດທີ່ກ່າວມານັ້ນແມ່ນເປັນຜົນງານອັນພົ້ນເດັ່ນ ທີ່ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງພັກ ແລະ ລັດຖະບານ (ເວົ້າລວມ), ເວົ້າສະເພາະກໍແມ່ນເປັນການປະກອບສ່ວນໃຫ້ແກ່ຂະແໜງການເງິນຢ່າງຕັ້ງໜ້າ. ເນື່ອງໃນໂອກາດຕ້ອນຮັບກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງຈຳປາສັກຄັ້ງທີ IX ຈະໄຂຂຶ້ນ ໃນມໍ່ໆນີ້ໃນນາມຕາງໜ້າໃຫ້ແກ່ຄະນະພັກ, ຄະນະດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ຂໍອວຍພອນໄຊອັນປະເສີດມາຍັງ ຄະນະພັກ, ຄະນະບໍລິຫານງານພັກແຂວງຈໍາປາສັກ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນນໍາພາແຂວງຈໍາປາສັກໃຫ້ມີຄວາມສີວິໄລ, ປະຊາຊົນຢູ່ ດີກິນດີທຸກຖ້ວນໜ້າ, ອວຍພອນແດ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສບຳນານ ຕະຫຼອດຮອດພໍ່ແມ່ປະຊາຊົນທຸກຖ້ວນໜ້າ ຈົ່ງມີແຕ່ສຸຂະພາບແຂງແຮງ ປະກອບສ່ວນເຂົ້າໃນການ ສ້າງສາພັດທະນາແຂວງຈໍາປາສັກໃຫ້ມີຄວາມສີວິໄລ, ອວຍພອນແດ່ກອງປະຊຸມໃຫ່ຍຂອງອົງຄະນະພັກ ແຂວງຈໍາປາສັກຄັ້ງ IX ຈົ່ງປະສົບຜົນສໍາເລັດຕາມລະດັບຄາດໝາຍທຸກປະການ.

ເສດຖະກິດສັງຄົມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles