22 C
Vientiane
Wednesday, November 19, 2025

Flash News

Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ. ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta...

Last News

spot_img
spot_img

ຫວຽດນາມ ເປັນຕະຫຼາດກຸ່ມທຳອິດຂອງໂລກ ທີ່ເປີດຕົວ iphone 17

ຫວຽດນາມ​ເປັນໜຶ່ງ​ໃນຕະຫຼາດ​​ທຳ​ອິດ​ຂອງ​ໂລກ ທີ່​ໄດ້​ສຳຜັດ​ກັບ iPhone 17 ​ພ້ອມ​ກັບ​ສະຫະລັດ ​ແລະ ສິງກະໂປ ​ໂດຍ​ເປີດ​ໃຫ້​ສັ່ງ​ຈອງ​ລ່ວງ​ໜ້າ​ແລ້ວ​ ໃນ​ວັນ​ທີ 12 ກັນຍາ​ທີ່​ຜ່ານ​ມາ​ ແລະ ຈະເລີ່ມ​ຈັດສົ່ງ​ສິນຄ້າ​ໃນ​ອີກ 1 ອາທິດ​ຕໍ່​ມາ.

ສ່ວນປະເທດໄທຈະເຂົ້າຮ່ວມກັບຕະຫຼາດອື່ນໆອີກ 63 ແຫ່ງໃນກຸ່ມທຳອິດ ເຊິ່ງລວມມີ ອົດສະຕຣາລີ, ການາດາ, ສະຫະລາຊະອານາຈັກ, ຝຣັ່ງ, ເຢຍລະມັນ, ສປ​ ຈີນ, ອິນເດຍ, ຍີ່ປຸ່ນ, ສ.​ເກົາຫຼີ, ມາເລເຊຍ, ແລະ​ ປະເທດໄທ.

iPhone 17 ມີການ​ອອກ​ແບບ​ໃໝ່ ​ແລະ ​ເພີ່ມ​ຮຸ່ນ​ໃໝ່​ ​ຄື iPhone Air ​ເຊິ່ງ​ເປັນ​ຮຸ່ນ​ທີ່​ບາງ​ທີ່​ສຸດ​ເທົ່າ​ທີ່ Apple ​ເຄີຍ​ຜະລິດ​ມາ ດ້ວຍຄວາມໜາພຽງ 5.6 ມມ. ຕົວເຄື່ອງ​ເຮັດ​ດ້ວຍ​ອາລູມີນຽມ ​ແລະ ມີ​ແຜ່ນ​ປົກ Ceramic Shield 2 ​ທັງ​ສອງ​ດ້ານ.

ສຳລັບ iPhone 17 Pro ​ແລະ iPhone 17 Pro Max ຈະ​ປ່ຽນ​ການ​ອອກ​ແບບ​ກ້ອງ​ຫຼັງ​ທີ່​ເຄີຍ​ເປັນ​ໂມ​ດູນ​ສີ່​ຫຼ່ຽມ​ມາ​ເປັນ​ແບບ​ໃໝ່ ​ແລະ ​ໃຊ້​ກອບ​ອາລູມີນຽມ​ແທນ​ໄທ​ທາ​ນຽມ.

ລາຄາ iPhone 17 ໃນຫວຽດນາມ (ໂດຍປະມານ):

iPhone 17 ປົກກະຕິ: ລາຄາ​ເລີ່ມ​ຕົ້ນ​ປະມານ 25 ລ້ານ​ດົ່ງ.

iPhone Air: ລາຄາ​ປະມານ 32 ລ້ານ​ດົ່ງ.

iPhone 17 Pro: ລາຄາ​ເລີ່ມ​ຕົ້ນ​ປະມານ 35 ລ້ານ​ດົ່ງ.

iPhone 17 Pro Max: ລາຄາ​ປະມານ 38 ລ້ານ​ດົ່ງ.

ທີ່ມາ: ໜັງສືພິມ​ ຫວຽດນາມ​ VN EXPRESS

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles