22 C
Vientiane
Wednesday, November 19, 2025

Flash News

Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ. ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta...

Last News

spot_img
spot_img

ຫັດຖະກຳເຄື່ອງເງິນ ໜຶ່ງໃນສິນຄ້າ ODOP ຂອງເມືອງຫາດຊາຍປອງ ນະຄອນຫຼວງວຽງຈັນ

ຮ້ານວາງສະແດງ-ຂາຍເຄື່ອງຫັດຖະກໍາວັນມີນາ ເປັນໜຶ່ງຮ້ານຫັດຖະກໍາ​ ສິນຄ້າ​ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງລາວ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.​ທີ່ໄດ້ວາງສະແດງ-ຂາຍຢູ່ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ນີ້​ ຊຶ່ງເຫັນວ່າໃນແຕ່ລະປີ ໄດ້ຮັບຄວາມສົນໃຈຈາກມວນຊົນມາທ່ຽວງານບຸນເປັນຢ່າງດີ.

ທ່ານ ນາງ ວັນມີນາ ຄັນທະວົງ ເຈົ້າຂອງຮ້ານຫັດຖະກໍາວັນມີນາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາດພາດວ່າ: ຕົນເອງຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ມີໂອກາດນໍາເອົາສິນຄ້າຫັດຖະກໍາລາວມາວາງສະແດງ-ຂາຍໃນງານບຸນແຫ່ງນີ້,​ ປີນີ້ ແມ່ນເລີ່ມນໍາມາວາງສະແດງ-ຂາຍແຕ່ວັນທີ 1 ພະຈິກ 2025. ສິນຄ້າທີ່ນໍາມາສະແດງ-ຂາຍປະກອບມີ: ຂັນເງິນ, ຂັນທອງເຫຼືອງ, ຊຸດໝາກ, ຊຸດພູ, ຂັນນໍ້າຢາດ, ຕິບເຂົ້າ. ໃນນັ້ນ,​ຍັງມີເຄື່ອງປະດັບຕ່າງໆ ເຊັ່ນ: ສາຍແອວເງິນ, ສາຍແອວຫລຽນອາເມລິກາ, ສາຍແອວທອງນາກປະສົມ, ສາຍແຂນ, ສາຍຄໍ, ຕຸມຫູເງິນ ແລະ ອື່ນໆ. ຂາຍໃນລາຄາບໍ່ແພງ​ ເລີ່ມຕົ້ນພຽງ 170,000 ກີບ. ຈຸດພິເສດຂອງຮ້ານຫັດຖະກໍາວັນມີນາ ຈະເນັ້ນລວດລາຍທີ່ເປັນເອກະລັກວັດທະນະທໍາລາວ, ລາຍບູຮານຕ່າງໆ ທີ່ສວຍສົດງົດງາມ ແລະ ປານີດທີ່ສຸດ. ເຫັນໄດ້ວ່າ​ ຜູ້ມາທ່ຽວໃນງານບຸນໃຫ້ຄວາມສົນໃຈເປັນຢ່າງດີ ບາງຄົນກໍຊື້ໄປໃຊ້, ໄປເປັນຂອງທີ່ລະນຶກຂອງຝາກຂອງຕ້ອນ ແລະ ອື່ນໆ.

ສະນັ້ນ, ທ່ານໃດທີ່ມີຄວາມສົນໃຈສິນຄ້າຫັດຖະກໍາລາວ ສາມາດເຂົ້າມາແວ່ເບິ່ງທີ່ຮ້ານເພິ່ນໄດ້ຢູ່ເຂດຫ້ອງຂາຍ C. ພິເສດໄລຍະວາງຂາຍຢູ່ງານບຸນປີນີ້, ເພິ່ນມີການຂາຍຫຼຸດລາຄາຈາກປົກກະຕິ 30% ຂອງສິນຄ້າ.​

ທ່ານ ນາງ ວັນມີນາ ຄັນທະວົງ ຍັງໃຫ້ຮູ້ຕື່ມວ່າ: ຕົນເອງໄດ້ເລີ່ມຂາຍເຄື່ອງຫັດຖະກໍາເປັນເວລາ 7 ປີແລ້ວ ແລະ ໄດ້ຮັບການຢັ້ງຢືນເປັນສິນຄ້າໂອດັອບ 5 ປີແລ້ວ, ຜ່ານມາຂາຍເຄື່ອງປະດັບພຽງເລັກໜ້ອຍ ເມື່ອເຫັນວ່າເຄື່ອງຫັດຖະກໍາລາວກໍນັບມື້ໃຫ້ການຕ້ອນຮັບ, ມີຄວາມສົນໃຈຈາກຄົນລາວ ແລະ ຊາວຕ່າງປະເທດ ຫຼາຍຂຶ້ນ ຈຶ່ງໄດ້ຂະຫຍາຍຮ້ານອອກໃຫ້ໃຫຍ່ກວ່າເກົ່າ ແລະ ໄດ້ເພີ່ມສິນຄ້າຫັດຖະກໍາໃຫ້ມີຄວາມຫຼາກຫຼາຍຂຶ້ນ. ປັດຈຸບັນມີຊ່າງຫັດຖະກໍາໂດຍແມ່ນອ້າຍເອື້ອຍນ້ອງທັງໝົດ 7 ຄົນ. ໃນປີຕໍ່ໆໄປ ກໍຈະນໍາເອົາສິນຄ້າຫັດຖະກໍາມາວາງສະແດງ-ຂາຍຢູ່ໃນງານບຸນແຫ່ງນີ້.

ທີ່ມາ: ໜສພ​ ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles