ຂໍສະແດງຄວາມຍິນດີກັບນ້ອງ ຫງວຽນຍື່ກວິງ ທີ່ສາມາດຍາດໄດ້ໃບປະກາດແດງ ສາຂາການທະນາຄານ ສະຖາບັນການທະນາຄານ ມາຈາກແຂວງໄຊຍະບູລີ, ທັງເປັນອະດີດນັກຮຽນເກັ່ງຄະນິດສາດໃນແຕ່ລະຊັ້ນ: ປ5 ອັນດັບທີ 1 ລະດັບຊາດ, ມ4 ອັນດັບທີ 6 ລະດັບຊາດ ແລະ ມ7 ອັນດັບທີ 2 ຂອງແຂວງ.
ນ້ອງໄດ້ໃຫ້ສຳພາດກັບທີມງານ Lao Youth ວ່າ: ຫຼັງຈາກຮຽນຈົບປະລິນຍາຕີສາຂາທະນາຄານ, ນ້ອງໄດ້ມີໂອກາດເຮັດວຽກໃນດ້ານການກວດສອບ ເພາະວ່ານ້ອງຢາກນຳໃຊ້ຄວາມຮູ້ດ້ານການເງິນ ແລະ ການທະນາຄານຂອງນ້ອງເຂົ້າໃນວຽກງານຕົວຈິງ ແລະ ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບການດຳເນີນງານຂອງອົງກອນ ເຊິ່ງວຽກນີ້ໄດ້ຊ່ວຍໃຫ້ນ້ອງພັດທະນາຄວາມລະອຽດອ່ອນ, ທັກສະການວິເຄາະ, ແລະ ທັກສະການສື່ສານແບບມືອາຊີບ.
ເຄັດລັບໃນການໄດ້ໃບປະກາດແດງ: ຕະຫຼອດ 4 ປີໃນຮົ້ວມະຫາໄລ, ນ້ອງໄດ້ສຸມໃສ່ການເຂົ້າໃຈເນື້ອໃນຫຼາຍກວ່າການທ່ອງຈຳ. ນ້ອງມັກຮຽນຮູ້ຜ່ານການປະສົມປະສານຂອງທິດສະດີ ແລະ ການປະຕິບັດຕົວຈິງເຊັ່ນ: ການວິເຄາະລາຍງານການເງິນ, ການເຮັດວຽກເປັນກຸ່ມ ແລະ ການສຶກສາດ້ວຍຕົນເອງເພື່ອຂະຫຍາຍຄວາມຮູ້. ເວລາຂຶ້ນຫ້ອງ ນ້ອງຈະຕັ້ງໃຈຟັງຄໍາອະທິບາຍຈາກຄູ-ອາຈານ ແລ້ວສະຫຼຸບເປັນຂໍ້ສໍາຄັນ ຖ້າຫາກມີຂໍ້ຄ້າງຄາໃຈແມ່ນສອບຖາມກັບອາຈານທັນທີ, ທີ່ສໍາຄັນກໍຄືການຊ້ອມເຮັດບົດເຝິກຫັດຫຼາຍໆ ແລະ ມີການສະສົມຄະແນນ, ຮັກສາໄວ້ໃຫ້ຢູ່ໃນລະດັບດີ . ສິ່ງທີ່ນ້ອງຄິດວ່າເຮົາຄວນມີນັ້ນຄືຄວາມກ້າຫານ , ກ້າທີ່ຈະຖາມ, ກ້າທີ່ຈະລົງມືເຮັດເພື່ອສາມາດເພີ່ມຄວາມຮູ້ໃຫ້ຕົນເອງ.
ຂໍ້ຫຍຸ້ງຍາກ ແລະ ຂໍ້ຈໍາກັດໃນດ້ານການຮຽນ : ຊ່ວງປີແລກທີ່ຍັງໄດ້ຮຽນອອນລາຍເປັນສິ່ງທີ່ຍາກສໍາລັບນ້ອງ ເນື່ອງຈາກວ່າຍັງມີບາງຂໍ້ຈຳກັດ ແລະ ຍັງໃໝ່ສໍາລັບນ້ອງ ນ້ອງຈໍາຕ້ອງໃຊ້ເວລາດົນເພື່ອທໍາຄວາມເຂົ້າໃຈ . ນອກນັ້ນ, ຄວາມຮູ້ດ້ານວິຊາສະເພາະຂ້ອນຂ້ອງກວ້າງຂວາງ ແລະ ຊັບຊ້ອນເຊິ່ງຕ້ອງອາໄສຄວາມອົດທົນ ແລະ ຮຽນຮູ້ດ້ວຍຕົນເອງ. ໃນການຮຽນຮູ້ບໍ່ສາມາດຫຼີກລ້ຽງຄວາມກົດດັນຈາກການສອບເສັງ ຫຼື ຜົນສອບເສັງບໍ່ໄດ້ດັ່ງໃຈ ແຕ່ສິ່ງເຫຼົ່ານີ້ຊ່ວຍໃຫ້ນ້ອງໄດ້ທົບທວນ, ປັບປຸງ ແລະ ພັດທະນາໂຕເອງໃຫ້ດີຂຶ້ນເທື່ອລະກ້າວ.
ສິ່ງທີ່ຢາກຝາກກັບລຸ້ນນ້ອງທີ່ກໍາລັງຈະເຂົ້າຮຽນ ຫຼື ຍັງຮຽນຢູ່ ບໍ່ວ່າຈະເປັນນັກຮຽນ- ນັກສຶກສາ: ຈົ່ງເຊື່ອໃນຄວາມສາມາດຂອງຕົນເອງສະເໝີ. ບາງຄັ້ງເຈົ້າອາດຈະຮູ້ສຶກໝົດແຮງ ຫຼື ຢາກຍອມແພ້, ແຕ່ຖ້າພະຍາຍາມອີກໜ້ອຍໜຶ່ງເທົ່ານັ້ນຈະໄດ້ພົບກັບຄວາມສໍາເລັດຢູ່ປາຍທາງ.ຈົ່ງພາກພຽນໃນການສຶກສາ, ເປີດໃຈຮັບປະສົບການໃໝ່ໆ ແລະ ຮັກສາທັດສະນະຄະຕິໃນທາງບວກ. ຄວາມສຳເລັດອາດຈະບໍ່ເກີດຂຶ້ນພາຍໃນຄືນດຽວ, ແຕ່ຄວາມພະຍາຍາມປະຈຳວັນຈະເຮັດໃຫ້ເຈົ້າໃກ້ກັບມັນຊິດກັນຫຼາຍຂຶ້ນ.


