ອອກມາແລ້ວ! ຜົນການຈັບສະຫຼາກ ກິລາບານເຕະຊາຍ ໃນງານກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ມີ 18 ທີມເຂົ້າຮ່ວມຊິງໄຊປະກອບມີ:
ສາຍ ກໍ : ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ແຂວງບໍລິຄຳໄຊ, ແຂວງອຸດົມໄຊ ແລະ ແຂວງເຊກອງ.
ສາຍ ຂໍ : ແຂວງວຽງຈັນ ຫລຽນຄຳ ຄັ້ງທີ XI, ແຂວງສາລະວັນ, ແຂວງຫລວງນໍ້າທາ, ແຂວງຊຽງຂວາງ ແລະ ແຂວງຄໍາມ່ວນ.
ສາຍ ຄໍ : ນະຄອນຫຼວງວຽງຈັນ ເຈົ້າພາບ, ແຂວງບໍ່ແກ້ວ, ແຂວງຫົວພັນ ແລະ ແຂວງອັດຕະປື.
ສາຍ ງໍ: ແຂວງຫລວງພະບາງ, ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ ແລະ ກະຊວງປ້ອງກັນຄວາມສະຫງົບ.
ການແຂ່ງຂັນເຕະບານຊາຍ ຈະແຂ່ງຂັນໃນລະຫວ່າງ 9-24 ພະຈິກ 2025 ນີ້, ຮູບແບບການແຂ່ງຂັນ ແມ່ນແບບພົບກັນໝົດໃນສາຍ ແລ້ວຄັດເອົາທີມອັນດັບ 1-2 ເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ.
ທີ່ມາ: ຂ່າວກິລາ ໂທລະພາບແຫ່ງຊາດລາວ


