ອີງຕາມຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ມາທີອັສ ຄໍມັນ ເລຂາທິການໃຫຍ່ຂອງອົງການຮ່ວມມືເສດຖະກິດ ແລະ ການພັດທະນາ (OECD) ກ່າວວ່າ, ປັນຍາປະດິດ (AI) ມີທ່າແຮງທີ່ຈະເພີ່ມຜະລິດຕະພາບແຮງງານໃນພາກພື້ນການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC) ໃນໄລຍະທົດສະວັດຕໍ່ໄປ, ໂດຍຮຽກຮ້ອງໃຫ້ມີການສະໜັບສະໜູນນະໂຍບາຍທີ່ເຂັ້ມແຂງເພື່ອຂະຫຍາຍການເຂົ້າເຖິງເຕັກໂນໂລຊີທີ່ກ່ຽວຂ້ອງ.
ໃນລະຫວ່າງກອງປະຊຸມສຸດຍອດ CEO ຂອງ APEC ທີ່ ສ.ເກົາຫຼີ ໃນວັນທີ 29 ຕຸລາ ຜ່ານມາ, ທ່ານ ຄໍມັນ ກ່າວວ່າ: OECD ຄາດຄະເນວ່າ AI ຈະປະກອບສ່ວນ 0.2 ຫາ 0.4% ຕໍ່ປີຕໍ່ການເຕີບໂຕຂອງຜະລິດຕະພາບແຮງງານໃນໄລຍະທົດສະວັດຕໍ່ໄປ.
ບັນດາປະເທດສະມາຊິກ APEC ມີຊັບພະຍາກອນຫຼາຍຢ່າງທີ່ສາມາດນຳໃຊ້ປະໂຫຍດໄດ້ ເຊັ່ນ: ການເຊື່ອມໂຍງເຂົ້າໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ປະຊາກອນທີ່ມີທັກສະ ແລະ ການເຊື່ອມຕໍ່ດິຈີຕອນ ທີ່ເຂັ້ມແຂງ,” ເລຂາທິການໃຫຍ່ OECD ກ່າວເນັ້ນໜັກວ່າ: ເພື່ອນໍາໃຊ້ເຕັກໂນໂລຊີ AI ຢ່າງເຕັມທີ່, ຈຳເປັນຕ້ອງເຮັດໃຫ້ AI ແຜ່ຂະຫຍາຍຫຼາຍຂຶ້ນ ແລະ ສາມາດໃຊ້ໄດ້ຫຼາຍຂຶ້ນ, ໂດຍສະເພາະສຳລັບທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ.
ນອກຈາກນີ້, ເລຂາທິການໃຫຍ່ OECD ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການພັດທະນາການເຊື່ອມຕໍ່ອິນເຕີເນັດທີ່ມີລາຄາບໍ່ແພງ ແລະ ສົ່ງເສີມລະບົບນິເວດ AI ທີ່ມີການແຂ່ງຂັນຫຼາຍຂຶ້ນ ເພື່ອຂັບເຄື່ອນການບໍລິການ AI ທີ່ມີຄຸນນະພາບສູງ ແລະ ລາຄາຖືກກວ່າ.
ທີ່ມາ: ໜສພ ປະຊາຊົນ.


