ເພື່ອເປັນການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທໍາ-ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງ ຊາວຫຼວງພະບາງ ໃນການນ້ອມລະນຶກເຖິງຄຸນຂອງ ພະພຸດ, ພະທຳ ແລະ ພະສົງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນ-ແສງ ໄຟ ທີ່ໄຕ້ບູຊາ ເຊິ່ງໄດ້ກາຍເປັນວັດທະນະທໍາ-ຮີດຄອງປະເພນີອັນດີງາມ ໃຫ້ຄົງຄຸນຄ່າ.
ເຈົ້ານະຄອນ ຫຼວງພະບາງ ຄະນະປະທານຈັດງານບຸນຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃຫ້ບັນດາສໍານັກງານ-ອົງການ, ກົມກອງ, ກຸ່ມບ້ານ, ສະຖາບັນການສຶກສາ, ໂຮງຮຽນ, ວັດວາອາຮາມ, ຫົວໜ່ວຍທຸລະກິດ (ໂຮງແຮມ, ເຮືອນພັກ, ຮ້ານ ອາຫານ, ບໍລິສັດ-ຫ້າງຮ້ານ, ທະນາຄານ) ທີ່ຢູ່ພາຍໃນເທສະບານນະຄອນ ຫຼວງພະບາງ ລາຍລະອຽດດັ່ງນີ້:
1. ໃຫ້ແຕ່ລະພາກສ່ວນສ້າງເຮືອໄຟເຂົ້າປະກວດເຮືອໄຟງາມ ປະຈຳປີ ພສ 2568 ຄສ 2025 ໃນຄືນວັນທີ 8/10/2025 ເປັນມື້ບຸນໄຫຼເຮືອໄຟ ປະກວດເຮືອໄຟງາມ.
2. ສ້າງໂຄມໄຟຮູບຊົງແບບຫຼວງພະບາງ ເຊັ່ນ: ໂຄມດາວ, ໂຄມບັ້ງ ແລະ ອື່ນໆ ປະດັບປະດາຢູ່ຕາມໜ້າເຮືອນ ແລະ ສຳນັກງານ-ຫົວໜ່ວຍທຸລະກິດຂອງຕົນ ໃຫ້ມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມ, ສະຫວ່າງສະໄຫວ ເລີ່ມປະດັບປະດາ ແຕ່ວັນທີ 1 ຕຸລາ (10) 2025 ເປັນຕົ້ນໄປ.
ມອບໃຫ້ຫົວໜ້າກຸ່ມພັດທະນາ, ພະນັກງານປະຈຳບ້ານ, ອານຸກຳມະການປະດັບປະດາ ເປັນໃຈກາງ ລົງຕິດຕາມຊຸກຍູ້ບັນດາບ້ານ ຊ່ວຍຊີ້ນໍາຄອບຄົວ ຫຼື ຫົວໜ່ວຍທຸລະກິດຕ່າງໆ ທີ່ຢູ່ຕິດແຄມທາງສ້າງໂຄມໄຟປະດັບປະດາຕາມກຳນົດເວລາ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.


