24.3 C
Vientiane
Wednesday, November 19, 2025

Flash News

Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ. ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta...

Last News

spot_img
spot_img

ລາວເຂົ້າຮ່ວມອົງການຮ່ວມມືຊຽງໄຮ້ ຈະເປັນໂອກາດ ແລະ ອະນາຄົດອັນແຈ່ມໄສ ໃຫ້ແກ່ ສປປ ລາວ

ໃນຕອນເຊົ້າຂອງວັນທີ 9 ກັນຍາ 2025 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈຳລາວວ່າ: ການຮ່ວມມືຂອງລາວກັບອົງການຮ່ວມມືຊຽງໄຮ້ ຈະກາຍເປັນອະນາຄົດອັນສົດໃສໃຫ້ແກ່ການພັດທະນາປະເທດລາວຕື່ມອີກບາດກ້າວໜຶ່ງ, ເປັນການຂະຫຍາຍການຮ່ວມມືອີກຂົງເຂດໜຶ່ງຂອງລາວ.

ລັດຖະມົນຕີກະຊວງການຕ່າງປະເທດກ່າວຕື່ມວ່າ: ອົງການຮ່ວມມືຊຽງໄຮ້​ ເປັນອົງການໜຶ່ງຂອງພາກພື້ນ ໂດຍແມ່ນຣັດເຊຍ, ຈີນ ແລະ ບັນດາປະເທດໃນອາຊີກາງ ຮ່ວມກັນສ້າງຕັ້ງຂຶ້ນ. ປັດຈຸບັນມີ 10 ປະເທດ. ການສ້າງຕັ້ງອົງການດັ່ງກ່າວຂຶ້ນເບື້ອງຕົ້ນເພື່ອຈຸດປະສົງດ້ານຄວາມໝັ້ນຄົງ ເປັນຕົ້ນ: ການຕໍ່ຕ້ານການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ, ບັນຫາຢາເສບຕິດຕ່າງໆ. ປັດຈຸບັນ, ອົງການດັ່ງກ່າວໄດ້ຂະຫຍາຍຕົວກວ້າງອອກກວມເອົາຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ ໃຫ້ພັດທະນາໃນຮູບແບບໃໝ່ໃນຍຸກປັດຈຸບັນເປັນຕົ້ນ: ການພັດທະນາດ້ານດິຈິຕ໋ອນ, ນະວັດຕະກໍາອື່ນໆທີ່ເປັນປະໂຫຍດຕໍ່ການຂະຫຍາຍຕົວຂອງໂລກໃນປັດຈຸບັນ.

ທ່ານ ທອງສະຫວັນ ພົມວິຫານ ຍົກໃຫ້ເຫັນຕື່ມວ່າ: ລາວເປັນປະເທດດຽວໃນອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີຊາຍແດນຕິດກັບທະເລ, ການເຂົ້າຮ່ວມອົງການຮ່ວມມືຊຽງໄຮ້ຈະເປັນໂອກາດດີໃຫ້ແກ່ລາວ ໃນການເຊື່ອມໂຍງ, ເຊື່ອມຈອດ, ເຊື່ອມຕໍ່ດ້ານພື້ນຖານໂຄງລ່າງໃຫ້ຂະຫຍາຍຕົວກວ້າງຂວາງ. ໃນນັ້ນ, ບັນດາຂົງເຂດທີ່ອົງການດັ່ງກ່າວສຸມໃສ່ແມ່ນສາມາດຕອບສະໜອງ ແລະ ສອດຄ່ອງກັບແນວທາງນະໂຍບາຍການຕ່າງປະເທດຂອງລາວ. ພວກເຮົາເຫັນວ່າ: ນໍ້າໃຈຊຽງໄຮ້ ແມ່ນການນັບຖືເຊິ່ງກັນ​ ແລະກັນ ບໍ່ແຊກແຊງກິດຈະການພາຍໃນຂອງກັນ​ ແລະກັນ ແລະອື່ນໆ.

ສະນັ້ນ, ການຂະຫຍາຍການຮ່ວມມືຂອງອົງການຮ່ວມມືຊຽງໄຮ້ ຈະເປັນໂອກາດ ແລະ ເປັນອະນາຄົດອັນແຈ່ມໃສໃຫ້ແກ່ລາວ ໃນການຮ່ວມມືກັບບັນດາປະເທດສະມາຊິກຂອງອົງການນີ້.

ທີ່ມາ: CMG

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles