22 C
Vientiane
Wednesday, November 19, 2025

Flash News

Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ. ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta...

Last News

spot_img
spot_img

ສປປລາວ ຈະສະຫຼອງວັນອາຫານໂລກ ຄົບຮອບ 45 ປີ ວັນທີ 7-8 ພິຈິກ 2025 ນີ້

ສປປ ລາວ ຈະສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 45 ປີ ປະຈຳປີ 2025 ແລະ ລະນຶກເຖິງວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຂຶ້ນໃນລະຫວ່າງ ວັນທີ 7-8 ພະຈິກທີ່ຈະມາເຖິງນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ: “ຮ່ວມມືກັນເພື່ອອາຫານ ແລະ ອະນາຄົດທີ່ດີກ່ວາ” ແລະ ຢຸດຕິການປະຕິບັດທີ່ບໍ່ຖືກຕ້ອງໃນສັງຄົມ ແລະ ສະຖາບັນ ດ້ວຍການຮັບປະກັນຄວາມເຄົາລົບ ແລະ ການສະໜັບສະໜູນຄອບຄົວຢ່າງ ມີປະສິດທິພາບ”.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວ້ດລ້ອມ​ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 31 ຕຸລາຜ່ານມານີ້ ທີ່ກະຊວງກະຊວງດັ່ງກ່າວວ່າ: ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫຼາຍສະຕະວັດແລ້ວ ຊຶ່ງ ອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ (FAO) ໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ​ 1980 ແລະ ໄດ້ກຳນົດເອົາ ວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ເປັນຕົ້ນມາ. ລັດຖະບານ ແຫ່ງ ສປປ ລາວ ເຫັນໄດ້ຄວາມສໍາຄັນ ຂອງວຽກງານ ດັ່ງກ່າວ ຊຶ່ງໄດ້ກໍານົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.

ພ້ອມດຽວກັນ, ປີນີ້ຍັງເປັນປີສະເຫຼີມສະຫຼອງ ການສ້າງຕັ້ງອົງການ FAO ຄົບຮອບ 80 ປີ ຊຶ່ງເປັນອົງການທີ່ມີບົດບາດສໍາຄັນໃນການປະກອບສ່ວນເຂົ້າໃນການຄ້າປະກັນສະບຽງອາຫານໃນທົ່ວໂລກ.

ທ່ານກ່າວຕື່ມວ່າ: ການໂຮມຊຸມນຸມ ແລະ ລະນຶກເຖິງ 2 ວັນດັ່ງກ່າວ ແມ່ນມີຄວາມໝາຍ ຄວາມສໍາຄັນ ບໍ່ສະເພາະແຕ່ ແນໃສ່ປູກຈິດສໍານຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫິວ, ແຕ່ຍັງແມ່ນເພື່ອໃຫ້ມີກໍາລັງໃຈ, ມີຄວາມກ້າຫານ ແລະ ມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຜະລິດສະບຽງອາຫານໃຫ້ຫຼາກຫຼາຍ, ມີປະສິດທິພາບ ແລະ ຍືນຍົງ, ດັ່ງນັ້ນຕາງໜ້າໃຫ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມໃນນາມເປັນເຈົ້າພາບ ຈັດພິທີສະເຫຼີມສະຫຼອງຢ່າງເປັນທາງການໃນປີນີ້ ກໍຄືຄະນະຮັບຜິດຊອບຈັດງານທັງໝົດ ຮຽກຮ້ອງມາຍັງບັນດາທ່ານ ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດ ຕະຫຼອດຮອດບັນດາຄູ່ຮ່ວມພັດທະນາຕ່າງໆ ຢູ່ ສປປ ລາວ ຈົ່ງພ້ອມກັນເປັນເຈົ້າການ ສະເຫຼີມສະຫຼອງວັນດັ່ງກ່າວ.

ທີ່ມາ: ໜສພ​ ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles