ແມ່ຕູ້ Andō Ushi ອາຍຸ 100 ປີ ຈາກເມືອງ Inawashiro ແຂວງ Fukushima ປະເທດຍີ່ປຸ່ນ. ໄດ້ເປີດເຜີຍເຄັດລັບ ທີ່ເຮັດໃຫ້ເພິ່ນ ມີອາຍຸຍືນຍາວ ແລະ ສຸຂະພາບແຂງແຮງ ນັ້ນກໍຄືການຫຼິ້ນວິດີໂອເກມທຸກໆມື້ ປະມານ 2-3 ຊົ່ວໂມງ ![]()
ແມ່ຕູ້ໄດ້ລະບຸວ່າ: ເພິ່ນໄດ້ເລີ່ມຫຼິ້ນເກມ ເມື່ອປະມານ 30 ປີກ່ອນ ແລະ ມັກຮັກເກມປະເພດຕ່າງໆ ໂດຍສະເພາະເກມ Bomberman ແລະ Tetris .ເທິງອຸປະກອນຫຼິ້ນເກມຮຸ່ນເກົ່າ Super Famicom ທີ່ຕັ້ງຢູ່ຂ້າງຕຽງນອນ. ແລະໃນບາງຄັ້ງ, ກໍຈະຫຼິ້ນເກມກັບເຫຼນອາຍຸ 4 ປີ ໃນຊ່ວງທ້າຍອາທິດ.
ແມ່ຕູ້ເຊື່ອວ່າ: ການຫຼິ້ນເກມ ຈະຊ່ວຍໃຫ້ຮ່າງກາຍ ໄດ້ເຄື່ອນເໜັງຢູ່ສະເໝີ ໂດຍສະເພາະນິ້ວມື. ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ຕົນເອງ ແຂງແຮງຢູ່ສະເໝີ
. ນອກຈາກນີ້, ແມ່ຕູ້ ຍັງມັກເຮັດຈິດກະກຳຕ່າງໆດ້ວຍຕົນເອງ ແລະ ເດີນທາງໄປຍັງສູນຜູ້ສູງອາຍຸ 3 ຄັ້ງຕໍ່ອາທິດ.
ເລື່ອງລາວຂອງແມ່ຕູ້ Andō Ushi ໄດ້ສະແດງໃຫ້ເຫັນວ່າ: ການຫຼິ້ນເກມ ກໍຖືເປັນກິດຈະກຳໜຶ່ງ ທີ່ສ້າງຄວາມສຸກ ແລະ ເປັນປະໂຫຍດແກ່ຄົນທຸກຊ່ວງອາຍຸ ໂດຍສະເພາະຫາກຫຼິ້ນຢ່າງພໍດີ ຄຽງຄູ່ກັບກິດຈະກຳອື່ນໆ ທີ່ດີຕໍ່ສຸຂະພາບ.
ທີ່ມາ: Yahoo Japan


