22 C
Vientiane
Wednesday, November 19, 2025

Flash News

Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ. ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta...

Last News

spot_img
spot_img

ຄູຢູ່ເຢຍລະມັນ ລາປ່ວຍ 16 ປີ ແຕ່ຍັງໄດ້ຮັບເງິນເດືອນປົກກະຕິ ຫຼ້າສຸດຖືກກວດສອບແລ້ວ

ສື່ຂອງປະເທດເຢຍລະມັນ ໄດ້ລາຍງານເຫດການ ຄູສອນເພດຍິງຄົນໜຶ່ງ ທີ່ສ້າງຄວາມໜ້າເຫຼືອເຊື່ອ ໃຫ້ແກ່ຄົນໃນສັງຄົມ. ຫຼັງຈາກໃຊ້ສິດລາປ່ວຍຕໍ່ເນື່ອງ ຕັ້ງແຕ່ປີ 2009 ຈົນເຖິງປັດຈຸບັນລວມ 16 ປີ ໂດຍບໍ່ເຄີຍມາການ, ແຕ່ຍັງຄົງໄດ້ຮັບເງິນເດືອນປົກກະຕິ ລວມທັງໝົດ 1.3 ລ້ານໂດລ້າ.

ເຖິງຢ່າງໃດກໍຕາມ, ເມື່ອມີການແຕ່ງຕັ້ງອຳນວຍການໂຮງຮຽນຄົນໃໝ່ ກໍໄດ້ມີການກວດສອບ ປະຫວັດການລາພັກ ແລະ ສັ່ງໃຫ້ມີການກວດສຸກຂະພາບ ເພື່ອຢຶນຢັນອາການປ່ວຍ. ແຕ່ຄູຄົນດັ່ງກ່າວ, ໄດ້ປະຕິເສດ ແລະ ດຳເນີນການຟ້ອງຮ້ອງໂຮງຮຽນ ວ່າລະເມີດສິດທິຂອງຕົນ. ແຕ່ສານຍົກຟ້ອງ ແລະ ສັ່ງໃຫ້ລາວຈ່າຍຄ່າທະນາຍຄວາມ 2,500 ຍູໂຣ.

ກໍລະນີດັ່ງກ່າວ, ໄດ້ກາຍເປັນປະເດັນໃນສັງຄົມຂອງປະເທດເຢຍລະມັນ ກ່ຽວກັບຈຸດອ່ອນຂອງກົດໝາຍ ທີ່ເປີດໂອກາດໃຫ້ພະນັກງານບາງກຸ່ມ ລາປ່ວຍຕໍ່ເນື່ອງ ໃນຂະນະທີ່ຍັງໄດ້ຮັບເງິນປົກກະຕິ ເຊິ່ງແຕກຕ່າງຈາກພະນັກງານເອກະຊົນ.

ທີ່ມາ: Economictimes

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles