ປກສ ນະຄອນຫຼວງ ແຈ້ງຜູ້ເຮັດບັດປະຈຳຕົວດີຈີຕ໋ອນ ໃຫ້ໄປຮັບບັດໄດ້ແລ້ວ

ກອງບັນຊາການຕຳຫຼວດປະຊາຊົນ (ປກສ) ນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 4706/ປກສ.ນວ ລົງວັນທີ 5 ພະຈິກ 2026 ເຖິງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ໃຫ້ເຂົ້າມາຮັບບັດປະຈຳຕົວດີຈີຕ໋ອນ ທີ່ສຳນັກງານກອງບັນຊາການ ປກສ ນະຄອນຫຼວງ.

ຕາມແຈ້ງການ ຜູ້ທີ່ໄດ້ໄປດຳເນີນການເຮັດບັດປະຈຳຕົວດີຈີຕ໋ອນ ໃນຊ່ວງວັນທີ 17 ສິງຫາ ຫາ 15 ຕຸລາ 2026 ສາມາດເຂົ້າໄປຮັບບັດຂອງຕົນໄດ້ແລ້ວ ໂດຍໃຫ້ໄປຕິດຕໍ່ທີ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພາຍໃນກອງບັນຊາການ ປກສ ນະຄອນຫຼວງ ໃນໂມງລັດຖະການ.

ສຳລັບເອກະສານທີ່ຕ້ອງນຳໄປປະກອບການຮັບບັດ ແມ່ນໃບບິນຮັບບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວສະບັບແທ້ ເພື່ອສະແດງຕໍ່ເຈົ້າໜ້າທີ່ກ່ອນຮັບບັດ.

ສ່ວນຜູ້ທີ່ໄປເຮັດບັດປະຈຳຕົວດີຈີຕ໋ອນ ນັບແຕ່ວັນທີ 16 ຕຸລາ 2026 ເປັນຕົ້ນໄປ ແມ່ນໃຫ້ລໍຖ້າ ແລະ ຕິດຕາມແຈ້ງການຈາກກອງບັນຊາການ ປກສ ນະຄອນຫຼວງ ກ່ຽວກັບກຳນົດການຮັບບັດໃນຂັ້ນຕໍ່ໄປ.

ທັງນີ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ແຈ້ງການດັ່ງກ່າວ ເພື່ອໃຫ້ຜູ້ທີ່ກ່ຽວຂ້ອງຮັບຊາບ ແລະ ເຂົ້າມາຮັບບັດຕາມກຳນົດ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
8,603FollowersFollow
0SubscribersSubscribe
- Advertisement -spot_img

Latest Articles