ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍຂໍ້ມູນສະຖິຕິອັດຕາພະຍາດຕຸ້ຍໃນກຸ່ມຜູ້ໃຫຍ່ (ອາຍຸ 18 ປີຂຶ້ນໄປ ທີ່ມີດັດຊະນີມວນສານຮ່າງກາຍ ຫຼື BMI ຕັ້ງແຕ່ 30 ຂຶ້ນໄປ) ໃນພູມິພາກ​ອາຊຽນ

ການຈັດອັນດັບ​ຈາກ​ WHO ພູມິພາກ ASEAN:

ກຸ່ມອັດຕາສູງສຸດ: ບຣູໄນ ຕົກເປັນອັນດັບ 1 ຕາມມາດ້ວຍ ມາເລເຊຍ ເຊິ່ງເປັນ 2 ປະເທດທີ່ມີອັດຕາຜູ້ໃຫຍ່ເປັນພະຍາດຕຸ້ຍສູງສຸດໃນພູມິພາກ.

ກຸ່ມອັດຕາສູງປານກາງ: ສິງກະໂປ, ໄທ ແລະ ຟີລິບປິນ ຕາມມາເປັນອັນດັບຕົ້ນໆ ເຊິ່ງສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບຈາກວິຖີຊີວິດສັງຄົມເມືອງທີ່ປ່ຽນແປງໄປ.

ກຸ່ມອັດຕາປານກາງ (ລວມທັງ ປະເທດລາວ): ປະເທດລາວ ຈັດຢູ່ໃນກຸ່ມອັນດັບກາງຂອງພູມິພາກ ຮ່ວມກັບ ອິນໂດເນເຊຍ ແລະ ມຽນມາ. ເຖິງວ່າຈະບໍ່ໄດ້ຢູ່ໃນກຸ່ມອັນດັບຕົ້ນໆ ແຕ່ກໍເປັນສັນຍານເຕືອນໃຫ້ເຫັນເຖິງຄວາມສຳຄັນຂອງການເບິ່ງແຍງສຸຂະພາບ.

ກຸ່ມອັດຕາຕ່ຳສຸດ: ກຳປູເຈຍ, ຫວຽດນາມ ແລະ ຕີມໍ ເລສເຕ ມີອັດຕາຜູ້ໃຫຍ່ເປັນພະຍາດຕຸ້ຍຕ່ຳສຸດໃນ 11 ປະເທດ.

ຂໍ້ມູນນີ້ສະທ້ອນໃຫ້ເຫັນເຖິງຄວາມແຕກຕ່າງດ້ານລະບົບສາທາລະນະສຸກ ແລະ ພຶດຕິກຳການກິນຢູ່ຂອງແຕ່ລະປະເທດ. ສຳລັບ ປະເທດລາວ ການຫັນມາເອົາໃຈໃສ່ເລືອກກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍຢ່າງສະໝ່ຳສະເໝີ ແມ່ນສິ່ງສຳຄັນ​ ທີ່ຈະຊ່ວຍປ້ອງກັນບໍ່ໃຫ້ອັດຕາພະຍາດຕຸ້ຍເພີ່ມສູງຂຶ້ນໃນອະນາຄົດ.

​ທີ່ມາ: Seasia​ Stats​

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles