ວັດບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປະກາດຮັບຮອງພຣະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມປະສົງ ສຸວົງຄຳຈັນ ຄະນະປະຈຳພັກແຂວງ ຮອງປະທານ ຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ພະສົງສຳມະເນມ, ພ້ອມດ້ວຍອຳນາດການປົກບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ໄພແກ້ວ ຫຼວງອາໄພ ປະທານແນວລາວສ້າງຊາດບ້ານລິ່ງຊັນ ໄດ້ຂື້ນເລົ່າປະຫວັດຄວາມເປັນມາຂອງພຣະທອງສາມສີ ຕິດພັນກັບປະຫວັດບ້ານລິ່ງຊັນໂດຍຫຍໍ້ວ່າ : ບ້ານລິ່ງຊັນ ມີ 301 ຫຼັງຄາເຮືອນ, ມີ 310 ຄອບຄົວ, ມີພົນລະເມືອງທັງໝົດ 1,588 ຄົນ, ມີຊົນເຜົ່າລາວລຸ່ມເປັນສ່ວນຫຼາຍ ຖືສາສະໜາພຸດ ແລະ ສາສະໜາຜີເປັນຫຼັກ. ປະຊາຊົນປະກອບອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ; ເປັນບ້ານອານຸລັກແຫຼ່ງວັດທະນາທຳອັນເກົ່າແກ່ ຍຶດຖືຮິດຄອງປະເພນີລ້ອງງື່ມຢ່າງໜຽວແໜ້ນ.
ພຣະພຸດທະຮູບທອງສາມສີ ຫຼື ຊາວບ້ານເອີ້ນກັນວ່າ: ພຣະທອງສາມສີ ເປັນພຣະຄູ່ບ້ານຄູ່ເມືອງມາຍາວນານ ມີຮູບຊົງເປັນເອກກະລັກສະເພາະມີຂະນາດ:ສູງ 56 ຊັງຕີແມັດ, ໜ້າຕັກກວາງ 37 ຊັງຕີແມັດ, ບ່າໄຫລ່ກ້ວາງ 21 ຊັງຕີແມັດ, ແທ່ນສູງ 23,5 ຊັງຕີແມັດ ແລະ ກ້ວາງ 51 ຊັງຕີແມັດ, ຊື່ງປະສົມໂລຫະເຂົ້າກັນ ມີ: ທອງສໍາລິດ, ທອງເຫຼືອງ, ເງິນ-ຄຳ ແລະ ແກ້ວປະເສີດທີ່ຫາຍາກ, ຊຶ່ງມີຈອມເກດເປັນຮູບກີບບົວສອງດ້ານຄ້າຍກັນ, ດ້ານຫຼັງຂອງຈອມເກດປະດັບດ້ວຍແກ້ວປະສິດສີຂາວ, ເກສາຂອດກົ້ນຫອຍສຽນ ມີສອງເມັດປາຍຫູຫຼຽມຂອດ (ຄ້າຍຄືປາຍຫູຂອງພຣະອົງຕື້) ຕູ້ມຫູຍາວ, ຮີມຕາສອງເບື້ອງ ຝັງດ້ວຍຫີນເພັດສີດຳຂອບເງິນ, ຄິ້ວສອງເບື້ອງກົ່ງ ຕາເບື້ອງເທິງເປັນສອງຊັ້ນ ດັງຄົມຮີມສົບຝັງດ້ວຍທອງນາກສີເພົາສັງຄາດ້ານໜ້າຢ່ອນລົງຮອດສາຍບື, ແກ້ມໃສເລື້ອມທັງສອງເບື້ອງ ແລະ ສະລັກຮູບລາຍເສືອຝັງດ້ວຍແຜ່ນເງິນ, ຜ້າຈີວອນທີ່ຮົ່ມເປັນສີທອງນາກ, ສ່ວນຕົນຕົວທອງເຫຼືອງ, ກ້ອງຝາຕີນເບື້ອງຂວາເປັນວົງມົນຮູບທຳມະຈັກ, ເລັບມືຝັງດ້ວຍທອງນາກ, ຕົວພຣະ ແລະ ແທ່ນ ສາມາດຖອດອອກກັນໄດ້ ນັ່ງເປັ່ງປະກາຍສີ ແວວວາວສະດຸດຕາ ຜູ້ໃດເຫັນແລ້ວມີຄວາມສຸກໃຈ, ເປັນສິນລະປະລາວແທ້, ຊຶ່ງຜູ້ສ້າງໄດ້ຖວາຍຈິດໃຈອັນບໍລິສຸດ ຈາກສີມືນາຍຊ່າງທີ່ມີຊື່ສຽງໂດງດັ່ງ ໃນຍຸກອານາຈັກລາວລ້ານຊ້າງຮຸ່ງເຮືອງ ແລະ ຍິ່ງໃຫຍ່.
ການປະກາດຮັບຮອງພຣະທອງສາມສີ ບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນເປັນມໍຣະດົກແຫ່ງຊາດສົມບັດມິ່ງເມືອງລະດັບທ້ອງຖິ່ນ ຂຶ້ນໃນຄັ້ງນີ້ ເປັນຄວາມພາກພູມໃຈ ແລະ ເອກອ້າງຂອງຊາວບ້ານລິ່ງຊັນ, ຊາວເມືອງທຸລະຄົມ ແລະ ຊາວແຂວງວຽງຈັນ, ເປັນການໂຄສະນາ, ສົ່ງເສີມ, ດຶງດູດນັກທ່ອງທ່ຽວ, ການສົ່ງເສີມວຽກງານທ່ອງທ່ຽວວັດທະນະທຳ ຕິດພັນກັບທຳມະຊາດສາຍນ້ຳງື່ມ.
.ທີ່ມາ: ຂ່າວເສດຖະກິດສັງຄົມ


