ປັບໄໝຕໍ່ຜູ້ລະເມີດກົດໝາຍ ການຢຸດລົດຢຽບ ຫຼື​ ກາຍເສັ້ນໝາຍຢຸດ ຫຼື​ ທາງ​ມ້າລາຍ​ ໂດຍບໍ່ປ່ອຍທາງໃຫ້ຄົນຍ່າງ

ອີງຕາມດຳລັດວ່າດ້ວຍການປັບໃໝ ແລະ​ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ​ ​ລະບຽບການ ກ່ຽວກັບການຈະລາຈອນທາງບົກ​ ສະບັບເລກທີ​ 568/ລບ, ລົງວັນທີ 16 ກັນຍາ​ 2021❗​ໃນໝວດທີ 4 ມາດຕາ 25 ການຢຸດລົດຢຽບ ຫຼື​ ກາຍເສັ້ນໝາຍຢຸດ ຫຼື​ ທາງ​ມ້າລາຍ​ ໂດຍບໍ່ປ່ອຍທາງໃຫ້ຄົນຍ່າງ.​

​ຜູ້ຂັບຂີ່ລົດທີ່ຢຸດລົດຢຽບ ຫຼື ກາຍເສັ້ນໝາຍຢຸດ ຫຼື ທາງມ້າລາຍ​ ໂດຍບໍ່ປ່ອຍທາງໃຫ້ຄົນຍ່າງ ຈະຖືກປັບໃໝ ດັ່ງນີ້:

1. 15,​000 ກີບ ສໍາລັບລົດຖີບ, ລົດໂມເປດ! (ລົດໂມເປດ (Moped) ໝາຍເຖິງ ຍານພາຫະນະປະເພດ ສອງລໍ້, ສາມລໍ້ ທີ່ຕິດເຄື່ອງຈັກຂະໜາດບໍ່ເກີນ​ 50 ຊີຊີ ຫຼື ຕິດມໍເຕີໄຟຟ້າຄວາມແຮງແຕ່ 0,25-4 ກິໂລວັດ ແລະ ບາງກໍລະນີອາດມີແປ້ນຢັນ ຫຼື ເປດາລຄືລົດຖີບ ຊຶ່ງແລ່ນດ້ວຍຄວາມໄວສູງສຸດບໍ່ເກີນ 50 ກິໂລແມັດຕໍ່ຊົ່ວໂມງ);​

2. 40,​000 ກີບ ສໍາລັບລົດຈັກ;

3. 70,​000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ​ (ຕຸກໆ ຈຳໂບ້), ລົດໄຖນາທຸກປະເພດ;

4. 100,​000 ກີບ ສໍາລັບລົດເກງ, ກະບະ, ຈິບ ແລະ ຕູ້;

5. 100,000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂະໜາດນ້ອຍ, 150,000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າຂະໜາດກາງ, 200,000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າຂະໜາດໃຫຍ່.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles