EDL ແນະນຳ 10 ວິທີປະຢັດໄຟງ່າຍໆ ຊ່ວຍຫຼຸດຄ່າໄຟໃນຄົວເຮືອນ

ຕາມການເຜີຍແຜ່ຂອງເພຈ EDL LAOS (ໄຟຟ້າລາວ) ໄດ້ແນະນຳ 10 ວິທີປະຢັດໄຟຟ້າງ່າຍໆ ທີ່ສາມາດນຳໄປປະຕິບັດໄດ້ໃນທຸກຄົວເຮືອນ ເພື່ອຊ່ວຍຫຼຸດການໃຊ້ພະລັງງານ ແລະ ປະຢັດຄ່າໄຟ

10 ວິທີປະຢັດໄຟທີ່ຄວນຮູ້

1. ຕັ້ງແອທີ່ 26-27 ອົງສາ

ຫຼີກລ້ຽງການຕັ້ງອຸນຫະພູມຕ່ຳເກີນໄປ ແລະ ເປີດພັດລົມຊ່ວຍ ເພື່ອຫຼຸດພາລະການເຮັດວຽກຂອງແອ.

2. ລ້າງແອ 2 ຄັ້ງ/ປີ

ຝຸ່ນສະສົມເຮັດໃຫ້ແອເຮັດວຽກໜັກ. ຄວນລ້າງແອເປັນປະຈຳ ແລະ ວາງຄອມເພຣສເຊີໃນບ່ອນອາກາດຖ່າຍເທ

3. ຢ່າໃສ່ຂອງໃນຕູ້ເຢັນແໜ້ນເກີນໄປ

ຈັດລຽງອາຫານໃຫ້ມີຊ່ອງຫ່າງ ແລະ ນຳອາຫານເກົ່າ ຫຼື ໝົດອາຍຸອອກ

4. ເວັ້ນຕູ້ເຢັນຈາກຝາ 15-20 ຊມ.

ຊ່ວຍໃຫ້ຕູ້ເຢັນລະບາຍຄວາມຮ້ອນໄດ້ດີ ແລະ ຫຼຸດພາລະການເຮັດວຽກຂອງມໍເຕີ

5. ກວດຢາງຂອບຕູ້ເຢັນ

ລອງໃຊ້ເຈ້ຍສອດທີ່ຂອບປະຕູ. ຖ້າດຶງອອກງ່າຍ ອາດເປັນສັນຍານວ່າຢາງຂອບປະຕູເສື່ອມ ແລະ ຄວາມເຢັນອາດຮົ່ວໄຫຼ

6. ລະວັງອຸປະກອນທີ່ໃຫ້ຄວາມຮ້ອນ

ເຊັ່ນ ເຕົາລີດ ແລະ ເຄື່ອງເຮັດນ້ຳອຸ່ນ ຄວນໃຊ້ເທົ່າທີ່ຈຳເປັນ

7. ລວມເສື້ອຜ້າແລ້ວຈຶ່ງລີດ

ບໍ່ຄວນເປີດເຕົາລີດເທື່ອລະຊຸດ. ລວມເສື້ອຜ້າແລ້ວລີດພ້ອມກັນ ຈະຊ່ວຍຫຼຸດການໃຊ້ໄຟ

8. ໃຊ້ເຄື່ອງເຮັດນ້ຳອຸ່ນຢ່າງປະຢັດ

ຕັ້ງອຸນຫະພູມໃຫ້ພໍດີ ແລະ ປິດເຄື່ອງ-ປິດສະວິດທຸກຄັ້ງເມື່ອບໍ່ໃຊ້

9. ປ່ຽນຫຼອດໄຟເປັນ LED

LED ໃຊ້ພະລັງງານຕ່ຳ ແລະ ເໝາະສຳລັບການໃຊ້ງານໄລຍະຍາວ

10. ປິດໄຟ ແລະ ຖອດປັກສຽບເມື່ອບໍ່ໃຊ້

ອຸປະກອນໃດທີ່ບໍ່ໃຊ້ ຄວນປິດ ແລະ ຖອດປັກສຽບ ເພື່ອຫຼຸດການໃຊ້ໄຟໂດຍບໍ່ຈຳເປັນ.

ປະຢັດໄຟ = ປະຢັດເງິນ

ການປະຢັດໄຟເລີ່ມໄດ້ຈາກພຶດຕິກຳງ່າຍໆ ໃນແຕ່ລະມື້. ຖ້າທຸກຄົວເຮືອນຮ່ວມມືກັນໃຊ້ໄຟຢ່າງຮູ້ຄຸນຄ່າ ກໍຈະຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ຊ່ວຍໃຫ້ການໃຊ້ພະລັງງານຂອງຊາດເກີດປະໂຫຍດສູງສຸດ

ທີ່ມາ: EDL LAOS (ໄຟຟ້າລາວ)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles