ສະຖາບັນ Seasia Stats ໄດ້ເປີດເຜີຍຂໍ້ມູນອາຍຸສະເລ່ຍ (Life Expectancy) ຂອງປະຊາກອນໃນບັນດາປະເທດສະມາຊິກອາຊຽນ ປະຈຳປີ 2026 ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມແຕກຕ່າງດ້ານລະບົບສາທາລະນະສຸກ ແລະ ລະດັບການພັດທະນາເສດຖະກິດ-ສັງຄົມໃນພູມິພາກ.
ສໍາລັບ ສປປ ລາວ ອາຍຸສະເລ່ຍຂອງປະຊາກອນແມ່ນຈັດຢູ່ໃນອັນດັບທີ 10 ຂອງອາຊຽນ ໂດຍມີອາຍຸສະເລ່ຍຢູ່ທີ່ 69.3 ປີ, ເຊິ່ງເປັນຕົວເລກທີ່ສະທ້ອນໃຫ້ເຫັນເຖິງສິ່ງທ້າທາຍ ແລະ ໂອກາດໃນການເລັ່ງພັດທະນາລະບົບສາທາລະນະສຸກ, ການເຂົ້າເຖິງການບໍລິການທາງດ້ານການແພດ, ເຊັ່ນດຽວກັນກັບການຍົກກະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ມາສ່ອງເບິ່ງ ອັນດັບອາຍຸສະເລ່ຍຂອງປະຊາກອນໃນອາຊຽນ ປີ 2026:
1. ສິງກະໂປ – 84.4 ປີ (ຄອງອັນດັບ 1 ທັງໃນອາຊຽນ ແລະ ເປັນລະດັບຕົ້ນໆຂອງໂລກ).
2. ໄທ – 78.0 ປີ.
3. ມາເລເຊຍ – 76.6 ປີ.
4. ບຣູໄນ – 75.8 ປີ.
5. ຫວຽດນາມ – 75.5 ປີ.
6. ອິນໂດເນເຊຍ – 71.7 ປີ.
7. ຟີລິບປິນ – 71.4 ປີ.
8. ຕີມໍ ເລສເຕ – 70.2 ປີ.
9. ກຳປູເຈຍ – 70.0 ປີ.
10. ສປປ ລາວ – 69.3 ປີ.
11. ມຽນມາ – 67.3 ປີ.
ຂໍ້ມູນດັ່ງກ່າວແມ່ນອ້າງອີງຈາກການປະເມິນຂອງອົງການສະຫະປະຊາຊາດ (UN Population Division), ທະນາຄານໂລກ (World Bank) ແລະ ອົງການອະນາໄມໂລກ (WHO) ເພື່ອໃຫ້ເຫັນພາບຮວມຂອງການພັດທະນາດ້ານສຸຂະພາບໃນພູມິພາກ Southeast Asia.
ທີ່ມາ: Seasia Stats


