ນູແວນເຊລັງ ກຳລັງປູກຕົ້ນໝາກໄມ້ ຕາມສະຖານທີ່ຕ່າງໆເພື່ອ ໃຫ້ທຸກຄົນໄດ້ແບ່ງປັນກັນກິນ ຟຣີ ໃນຫລາຍພື້ນທີ່ເຊັ່ນ: Auckland, Nelson, ແລະ ເກາະ Waiheke ຕົ້ນໝາກໄມ້ສາທາລະລະນະກຳລັງເຕີບໂຕຢ່າງງົດງາມຕາມຖະໜົນຫົນທາງ ແລະ ສວນສາທາລະນະ ເຊິ່ງມີໝາກໄມ້ຫລາຍຊະນິດ ແລະ ປະຊາຊົນສາມາດເກັບກິນໄດ້ຟຣີ. ທັງໝົດນີ້ເກີດຈາກຄວາມຮ່ວມມືລະຫວ່າງສະພາທ້ອງຖິ່ນ ແລະ ອົງກອນຊຸມຊົນ.
ການເຄື່ອນໄຫວເລື່ອງເກັບໝາກໄມ້ກິນຟຣີໃນເມືອງດັ່ງກ່າວມາຂ້າງເທິງນີ້ບໍ່ໄດ້ມີແຕ່ເລື່ອງອາຫານເທົ່ານັ້ນ ແຕ່ມັນຄືເລື່ອງຂອງຊຸມຊົນຂອງຄົນນິວຊີແລນທີ່ເປີດໃຈໃນມຸມມອງກວ້າງ.
ສະເພາະເກາະ Waiheke ແຫ່ງດຽວກໍມີການປູກຕົ້ນໝາກໄມ້ໄປແລ້ວເກືອບ 1,000 ຕົ້ນ ຜ່ານໂຄງການ
” Love our Fruit Trees ” ແລະ ຊາວບ້ານກໍລົງຊື່ເປັນຜູ້ດູແລຕົ້ນໄມ້ເຫລົ່ານັ້ນເພື່ອຊ່ວຍກັນເບິ່ງແຍງ ແລະ ປົກປັກຮັກສາ.
ເປັນຫຍັງສິ່ງນີ້ຈຶ່ງສໍາຄັນ ກໍເພາະເພື່ອເພີ່ມຄວາມໝັ້ນຄົງທາງອາຫານ ແລະ ການເຂົ້າເຖິງຜົນຜະລິດສົດຫາກິນໄດ້ງ່າຍ ເສີມສ້າງຈິດວິນຍານຂອງຊຸມຊົນ ຄວາມຮ່ວມມື ແລະ ການແບ່ງປັນ ແລະ ເພື່ອປ່ຽນຖະໜົນໃນຊີວິດປະຈຳວັນໃຫ້ກາຍເປັນສວນກິນໄດ້.
ຕົ້ນໝາກໄມ້ເຫລົ່ານີ້ບໍ່ສະເພາະພຽງແຕ່ຄວາມຂຽວງາມ ແຕ່ມັນຄືສັນຍະລັກຂອງການໃຊ້ຊີວິດຢ່າງຢັ້ງຢືນໃນຕົວເມືອງ ແລະ ການຊ່ວຍເຫລືອກັນໂດຍຊາວບ້ານເພື່ອຊາວບ້ານ.
ທີ່ມາ: Astrowonders

