YouTube ກຽມປະກາດປ່ຽນແປງນະໂຍບາຍການສ້າງລາຍຮັບ (YPP) ໃນວັນທີ 15 ກໍລະກົດ 2025. ເພື່ອຈຳກັດການສ້າງລາຍຮັບ ຈາກວິດີໂອ ທີ່ຖືກພິຈາລະນາວ່າລອກລຽນແບບ ຫຼື ບໍ່ແມ່ນວິດີໂອຕົ້ນສະບັບ ເຊັ່ນ: ວິດີໂອທີ່ຜະລິດຊ້ຳໆ ຫຼື ນຳໃຊ້ປັນຍາປະດິດ (AI) ສ້າງວິດີໂອທີ່ເນັ້ນປະລິມາກ ຫຼາຍກວ່າຄຸນນະພາບ (AI Slop) !!!
ເຖິງ YouTube ຈະອະທິບາຍວ່າ: ເປັນການອັບເດດພຽງເລັກນ້ອຍກໍຕາມ ແຕ່ວິດີໂອທີ່ມີເນື້ອໃນຊ້ຳໆ ຫຼືຜະລິດຂຶ້ນຢ່າງງ່າຍດາຍດ້ວຍ AI ເຊັ່ນ: ການນຳໃຊ້ AI ພາກສຽງປະກອບຮູບພາບ ຫຼືວິດີໂອເກົ່າໆ ກໍຈະຖືກຈຳກັດບໍ່ໃຫ້ສ້າງລາຍຮັບເຊັ່ນດຽວກັນ.
ເຖິງຢ່າງໃດກໍຕາມ, YouTube ຍືນຍັນວ່າ: ວິດີໂອປະເພດສະແດງຄວາມຮູ້ສຶກ (Reaction) ຫຼື ວິດີໂອທີ່ນຳມາຕັດຕໍ່ຄືນ ຈະຍັງສາມາດສ້າງລາຍຮັບໄດ້ ຫາກມີຄວາມຄິດສ້າງສັນ ແລະແຕກຕ່າງຈາກວິດີໂອຕົ້ນສະບັບ.
ການປ່ຽນແປງນະໂຍບາຍດັ່ງກ່າວ, ເກີດຂຶ້ນທ່າມກາງບັນຫາທີ່ເພີ່ມຂຶ້ນ ເນື່ອງມາຈາກວິດີໂອປອມ ທີ່ຖືກສ້າງຂຶ້ນໂດຍ AI ເຊັ່ນ: ຂ່າວປອມ, ວິດີໂອ ອາຊະຍາກຳທີ່ສ້າງຈາກ AI ຕະຫຼອດເຖິງການຫຼອກລວງຕ່າງໆ ໃນໂລກອອນລາຍນ໌. ໂດຍ YouTube ຕ້ອງການຮັກສາຄຸນນະພາບຂອງການໃຫ້ບໍລິການ, ສ້າງຄວາມເຊື່ອໝັ້ນຕໍ່ກັບຜູ້ໃຊ້ງານ ແລະຜູ້ລົງໂຄສະນາ.
ທີ່ມາ: techcrunch

