21 C
Vientiane
Sunday, February 8, 2026

ເປັນຫຍັງຄົນເຈນ z ຈຶ່ງຊອກວຽກຍາກຂຶ້ນ

ຄົນ​ Gen Z ແມ່ນຄົນທີ່ເກີດໃນຊ່ວງ (1997-2009) ແລະ​ ຫຼາຍຄົນສົງໄສວ່າ​ ຄົນ​ Gen Z ຫາວຽກຍາກກວ່າເກົ່າ, ສະໝັກແລ້ວບໍ່ມີໃຜຮັບ ຫຼື ຮັບແລ້ວແຕ່ເຮັດວຽກບໍ່ໄດ້? ມາເບິ່ງປັດໄຈທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳການເຮັດວຽກຍຸກໃໝ່ ທີ່ເຮັດໃຫ້ “ເດັກຈົບໃໝ່ກຳລັງຫາວຽກ” ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍກວ່າທີ່ເຄີຍ.

ການປ່ຽນແປງຂອງຕະຫຼາດແຮງງານ ແລະ ຄວາມຄາດຫວັງທີ່ບໍ່ກົງກັນ,​ ໃນອະດີດ ເດັກຈົບໃໝ່ສາມາດຫາວຽກໄດ້ງ່າຍກວ່າ ເພາະລະບົບວຽກມີຄວາມຊັດເຈນ, ຕຳແໜ່ງວຽກໝັ້ນຄົງ ແລະ ຄວາມຄາດຫວັງຂອງນາຍຈ້າງກໍຢູ່ໃນຂອບເຂດທີ່ຈັບຕ້ອງໄດ້.

ແຕ່ໃນຍຸກດິຈິຕອລ ບວກກັບບັນຫາຂອງເສດຖະກິດ ແລະ ຫຼັງໂຄວິດ-19​ ມາ, ຕະຫຼາດແຮງງານໄດ້ປ່ຽນແປງໄປຢ່າງສິ້ນເຊີງ.

ທັກສະທີ່ຕ້ອງການໃນປັດຈຸບັນປ່ຽນໄປ: ຫຼາຍອົງກອນຕ້ອງການພະນັກງານທີ່ມີ ທັກສະສະເພາະທາງ ເຊັ່ນ: Data Analysis, Digital Marketing, UX/UI Design, Coding ຫຼື AI Prompt Engineering ເຊິ່ງບໍ່ແມ່ນສິ່ງທີ່ມະຫາວິທະຍາໄລສອນຄົບຖ້ວນ. ນັ້ນເຮັດໃຫ້ຄົນ Gen Z ຕ້ອງໃຊ້ເວລາເພີ່ມໃນການ Upskill ຫຼື Reskill ເພື່ອຕອບໂຈດຕະຫຼາດວຽກທີ່ປ່ຽນແປງຕະຫຼອດເວລາ.

ເສດຖະກິດໂລກບໍ່ແນ່ນອນ, ຕຳແໜ່ງຫຼຸດລົງ: ຫຼາຍບໍລິສັດຢຸດຮັບພະນັກງານໃໝ່ ຫຼື ຈ້າງແບບຊົ່ວຄາວ ເພື່ອຫຼຸດຄວາມສ່ຽງທາງດ້ານການເງິນ. ນອກຈາກນີ້, ການຈ້າງງານແບບ Outsourcing ແລະ Freelance ກໍເພີ່ມຂຶ້ນ, ເຮັດໃຫ້ຕຳແໜ່ງ ວຽກປະຈຳ ທີ່ໝັ້ນຄົງໜ້ອຍລົງ, ສົ່ງຜົນໃຫ້ ເດັກຈົບໃໝ່ກຳລັງຫາວຽກ ຕ້ອງແຂ່ງຂັນກັບຄົນມີປະສົບການຫຼາຍຂຶ້ນກວ່າເກົ່າ.

ເມື່ອຄົນ Gen Z ເບິ່ງຫາຄວາມໝາຍ ຫຼາຍກວ່າເງິນເດືອນ: ການເຮັດວຽກຢ່າງມີຄວາມສຸກ ຄືສິ່ງສຳຄັນອັນດັບໜຶ່ງ: ຄົນ​ Gen Z ໃຫ້ຄວາມສຳຄັນກັບ ຄຸນນະພາບຊີວິດ ຫຼາຍກວ່າຄ່າຕອບແທນຢ່າງດຽວ. ພວກເຂົາຊອກຫາວຽກທີ່ມີຄວາມໝາຍ, ກົງກັບຄ່ານິຍົມຂອງຕົນເອງ ເຊັ່ນ: ສິ່ງແວດລ້ອມ, ຄວາມເທົ່າທຽມ ແລະ ຄວາມຍືນຍົງ, ແລະ ຢາກເຮັດວຽກໃນວັດທະນະທຳອົງກອນທີ່ເປີດກວ້າງ, ບໍ່ມີ ດຣາມ່າໃນທີ່ເຮັດວຽກ.

ປະຕິເສດລະບົບລຳດັບຂັ້ນແບບເກົ່າ: ອົງກອນທີ່ຍັງຍຶດຕິດກັບໂຄງສ້າງແບບອຳນາດນິຍົມ ເຊັ່ນ: ຫົວໜ້າສັ່ງ, ລູກນ້ອງເຮັດ, ບໍ່ມີພື້ນທີ່ໃຫ້ສະແດງຄວາມຄິດເຫັນ ຫຼື ບໍ່ຍອມຮັບແນວຄິດໃໝ່ໆ ມັກຈະບໍ່ສາມາດດຶງດູດ ຫຼື ຮັກສາ ຄົນ​Gen Z ໄວ້ໄດ້ ເພາະພວກເຂົາເຊື່ອໃນ ການເຮັດວຽກຮ່ວມກັນ ຫຼາຍກວ່າ ເຮັດຕາມຄຳສັ່ງ.

ດຣາມ່າໃນທີ່ເຮັດວຽກ: ອຸປະສັກສຳຄັນຂອງຄົນ Gen Z

ເຖິງແມ່ນໄດ້ວຽກແລ້ວ, ແຕ່ຄົນ​Gen Z ຫຼາຍຄົນກັບລາອອກໄວ ເພາະຕ້ອງພົບກັບ:

-​ ວັດທະນະທຳອົງກອນທີ່ເປັນພິດ (Toxic Culture): ການກັ່ນແກ້ງ, ການແບ່ງພັກພວກ ຫຼື ການເມືອງໃນທີ່ເຮັດວຽກ.

-​ ຫົວໜ້າທີ່ບໍ່ຮັບຟັງ, ບໍ່ໃຫ້ໂອກາດເຕີບໂຕ.

ສິ່ງເຫຼົ່ານີ້ເຮັດໃຫ້ຄົນ Gen Z ຮູ້ສຶກວ່າ “ບໍ່ມີຄວາມສຸກໃນການເຮັດວຽກ” ແລະ ບໍ່ຢາກທົນຢູ່ໃນສະພາບແວດລ້ອມທີ່ທຳລາຍຈິດໃຈ, ເຖິງແມ່ນວຽກນັ້ນຈະໃຫ້ເງິນເດືອນສູງກໍຕາມ.

ແລ້ວຄົນ Gen Z ຄວນປັບຕົວແນວໃດໃຫ້ ຫາວຽກໄດ້ງ່າຍຂຶ້ນ?

– ເຖິງແມ່ນສະພາບຕະຫຼາດວຽກຈະທ້າທາຍ, ແຕ່ຄົນ Gen Z ຍັງມີສັກກະຍະພາບ ແລະ ໂອກາດສະເໝີ ຖ້າເຂົ້າໃຈກົນລະຍຸດ ແລະ ພັດທະນາຕົນເອງຢ່າງເໝາະສົມ.

-​ ຮູ້ຈັກໂລກການເຮັດວຽກໃຫ້ຫຼາຍຂຶ້ນ​ ກ່ອນໄປສະໝັກ: ສຶກສາວັດທະນະທຳຂອງອົງກອນ, ເບິ່ງຣີວິວຈາກພະນັກງານເກົ່າ ແລະ ຮຽນຮູ້ວ່າ​ ວຽກທີ່ສົນໃຈ​ ຕ້ອງການ “ທັກສະ ສະເພາະ” ອັນໃດ ແລ້ວວາງແຜນຮຽນເພີ່ມເຕີມ.

-​ ຝຶກທັກສະໃໝ່ໆ ໃຫ້ຫຼາຍກວ່າໃບປະລິນຍາ: ໃນຍຸກນີ້, ໃບປະລິນຍາບໍ່ແມ່ນທຸກຢ່າງ. ຄວນຮຽນຄອສອອນລາຍ, ເຮັດໂປຣເຈັກສ່ວນຕົວ ຫຼື ວຽກຟຣີແລນສ໌ ເພື່ອໃຊ້ເປັນ Portfolio. ຝຶກເວົ້າ, ນຳສະເໜີ ແລະ ຂຽນຢ່າງມືອາຊີບ ເພາະ Soft Skill ສຳຄັນບໍ່ແພ້ Hard Skill.

– ຫຼຸດຄວາມຄາດຫວັງ ແຕ່ບໍ່ຫຼຸດຄຸນຄ່າ: ເຖິງແມ່ນຄົນ Gen Z ຢາກ ເຮັດວຽກຢ່າງມີຄວາມສຸກ, ແຕ່ຕ້ອງເຂົ້າໃຈວ່າຄວາມສຸກນັ້ນອາດຈະບໍ່ມາໃນທັນທີ. ເປີດໃຈຮັບປະສົບການ, ໃຊ້ໂອກາດນັ້ນຮຽນຮູ້ລະບົບການເຮັດວຽກຈິງ ແລະ ພັດທະນາ Mindset ແບບມືອາຊີບ. ສ້າງເຄືອຂ່າຍ (Networking) ກັບລຸ້ນອ້າຍໃນສາຍອາຊີບ ເພື່ອຂະຫຍາຍໂອກາດໃນອະນາຄົດ.

-​ ພັດທະນາຄວາມຢືດຢຸ່ນທາງອາລົມ (Emotional Resilience): ການເຮັດວຽກທຸກທີ່ມີບັນຫາ, ແຕ່ການຈັດການກັບຄວາມຄຽດ ແລະ ຄວາມບໍ່ເຂົ້າໃຈໃນທີ່ເຮັດວຽກເປັນສິ່ງທີ່ຮຽນຮູ້ໄດ້. ຝຶກການສື່ສານທີ່ມີປະສິດທິພາບ, ຕັ້ງຂອບເຂດການເຮັດວຽກທີ່ຊັດເຈນ, ແລະ ໃຊ້ເວລານອກວຽກໃນການພັກຜ່ອນ, ພັດທະນາຕົນເອງ ແລະ ສ້າງສົມດຸນຊີວິດ.

ທາງລອດຂອງຄົນ Gen Z ຄືການ ເຂົ້າໃຈໂລກ ແລະ ເຂົ້າໃຈຕົນເອງ:

ການທີ່ຄົນ Gen Z ຫາວຽກຍາກ ບໍ່ແມ່ນຍ້ອນພວກເຂົາບໍ່ດີ ຫຼື ບໍ່ເກັ່ງ, ແຕ່ເພາະໂລກຂອງການເຮັດວຽກໃນມື້ນີ້ມີຄວາມສັບສົນ ແລະ ປ່ຽນແປງໄວຫຼາຍ. ຖ້າພວກເຂົາເປີດໃຈຮຽນຮູ້, ປັບມຸມມອງ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ, ໂອກາດທີ່ຈະໄດ້ວຽກດີໆ ແລະ “ການເຮັດວຽກຢ່າງມີຄວາມສຸກ” ກໍບໍ່ໄກເກີນເອື້ອມ.

ຖ້າທ່ານເປັນ “ເດັກຈົບໃໝ່ກຳລັງຫາວຽກ” ຢ່າລືມວ່າ…

“ການຫາວຽກບໍ່ແມ່ນການຫາສິ່ງທີ່ແມ່ນໃນທັນທີ, ແຕ່ຄືການຄົ້ນຫາຕົນເອງຜ່ານປະສົບການ.”

Cr: Sanook

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles