24.3 C
Vientiane
Wednesday, November 19, 2025

Flash News

Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ. ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta...

Last News

spot_img
spot_img

ການດື່ມຊາທຸກມື້ ຊ່ວຍໃຫ້ສຸຂະພາບແຂ້ວ ແລະ ເຫືອກດີຂຶ້ນ ຊ່ວຍບັນຫາແຂ້ວແມງ ມີຮອຍຍິ້ມສວຍງາມ

ມີການຄົ້ນຄວ້າ ແລະ ພົບວ່າ ຊາຂຽວສົ່ງຜົນດີຕໍ່ສຸຂະພາບຊ່ອງປາກ ໂດຍສະເພາະການຊ່ວຍເສີມສ້າງຄວາມແຂງແຮງຂອງແຂ້ວ ສານ Catechins ເຊິ່ງເປັນ Polyphenol ຊະນິດໜຶ່ງໃນຊາຂຽວມີຄຸນສົົມບັດຢັບຢັ້ງການຈະເລີນເຕີບໂຕຂອງແບັກທີເຣຍທີ່ເປັນສາເຫດຂອງແຂ້ງແມງ ແລະ ພະຍາດເຫືອກ.

ຊາຂຽວຍັງມີຟລູອໍຣາຍທີ່ຊ່ວຍເສີມສ້າງເຄືອບແຂ້ວເຮັດໃຫ້ແຂ້ວທົນຕໍ່ກົດທີ່ທໍາລາຍເຄືອບແຂ້ວໄດ້ດີຍິ່ງຂຶ້ນ. ນອກຈາກນີ້ ສານຕ້ານອະນຸມູນອິດສະລະໃນນໍ້າຊາຂຽວຍັງຊ່ວຍຫຼຸດການອັກເສບ ແລະ ສົ່ງເສີມສຸຂະພາບເຫືອກໃຫ້ແຂງແຮງ.

ການດື່ມຊາຂຽວເປັນປະຈໍາຄວບຄູ່ໄປກັບການດູແລສຸຂະພາບຊ່ອງປາກ ແລະ ການຮັບປະທານທີ່ສົມດຸນຈະຊ່ວຍໃຫ້ແຂ້ວ ແລະ ເຫືອກແຂງແຮງຂຶ້ນ ແລະ ຍັງຫຼຸດຄວາມສ່ຽງໃນການເກີດແຂ້ວແມງ ແລະ ບັນຫາຊ່ອງປາກອື່ນໆໄດ້ອີກດ້ວຍ.

ທີ່ມາ: Music Factory

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles