ກ່ອນທີ່ຈະໄປເລາະຫຼີ້ນບຸນຊ່ວງເຮືອນໃນປີນີ້ ຄວນຮູ້ຂໍຫ້າມຕ່າງໆນີ້ໄວ້!!!
ຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 4-8 ຕຸລາ 2025 ນີ້.
ໃນບາງຕອນຂອງການຖະແຫຼງຂ່າວ ໄດ້ກ່າວເຖິງບັນດາຂໍ້ຫ້າມຕ່າງໆ ດັ່ງນີ້:
1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.
2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ, ມີດ, ງ້າວ, ໜ້າເກັກ, ກະຖຸຸນ ສະໜັບມື, ໂຄມໄຟລອຍຟ້າ ແລະ ປະເພດສິ່ງຂອງມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ໄດ້ຮັບອານຸຍາດຈາກເຈົ້າໜ້າທີ່.
3. ຫ້າມນໍາເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງຈິດປະສາດທຸກຊະນິດ ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ.
4. ຫ້າມນຳໃຊ້ເຄື່ອງຂະຫຍາຍສຽງໂຄສະນາສິນຄ້າດັງເກີນຂອບເຂດ ທີ່ລະບຽບການກໍານົດໄວ້ ຢ່າງເດັດຂາດ.
5. ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້.
6. ຫ້າມຂາຍ ແລະ ນຳເອົາຜະລິດຕະພັນ ວັດທະນະທໍາລາມົກ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
7. ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ ຢ່າງເດັດຂາດ.
8. ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອານຸຍາດ ຈາກຄະນະກໍາມະການຈັດງານ.
9. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ.
10.ຫ້າມບຸກຄົນ ນິຕິບຸກຄົນ ສໍານັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານ.
11:ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຈັດງານຢ່າງເດັດຂາດ ແລະ ຫ້າມຕິດຕັ້ງຮ້ານ ຫຼື ວາງເຕັ້ນເກີນຂອບເຂດທີ່ຄະນະກໍາມະການຈັດງານກໍານົດໄວ້ ຖ້າລະເມີດຈະຖືກກ່າວເຕືອນ ຫຼື ຢຸດເຊົາໂດຍທັນທີ.
12.ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ.
13.ຫ້າມເດັດຂາດບໍ່ໃຫ້ຜູ້ຈັບຈອງສະຖານທີ່ ສວຍໂອກາດຈັບຈອງ ຫຼື ຊື້ສະຖານທີ່ ເພື່ອຂາຍຕໍ່ໃຫ້ຜູ້ອື່ນເພີ່ມເກນກໍາໄລ.
14.ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.


