ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ທ່ານ ນາງ ເນັ່ງ ທໍ່ ຕົວແບບກຸ່ມຫັດຖະກຳແຕ້ມທຽນ 3 ເອື້ອຍນ້ອງ ບ້ານວຽງຮັງ ເມືອງສົບເບົາ ແຂວງຫົວພັນ ໄດ້ປະກອບຄໍາເຫັນໃນຫົວຂໍ້ “ຫັດຖະກຳແຕ້ມທຽນ ຂອງແມ່ຍິງຊົນເຜົ່າ ທີ່ສ້າງວຽກເຮັດງານທໍາໃຫ້ແກ່ເອື້ອຍນ້ອງແມ່ຍິງ” ວ່າ: ກ່ອນໜ້ານີ້ຄອບຄົວຂອງພວກຂ້າພະເຈົ້າຍຶດຖືອາຊີບເຮັດນາປູກເຂົ້າ ແລະ ລ້ຽງສັດເປັນອາຊີບ ທໍາມາຫາກິນແບບທຳມະຊາດ ລາຍຮັບພໍແຕ່ກຸ້ມກິນ ບາງປີກໍອຶດຢາກຂາດເຂີນ ບວກກັບສະພາບການພາຍໃນບ້ານເກີດມີຫຼາຍປະກົດການຫຍໍ້ທໍ້ເປັນຕົ້ນ ນັກຮຽນທີ່ຮຽນຈົບມາບໍ່ມີວຽກເຮັດງານທຳ ໂດຍສະເພາະແມ່ນເພດຍິງ ແລະ ບັນຫາຢາເສບຕິດ ເຮັດໃຫ້ບ້ານບໍ່ມີຄວາມສະຫງົບ, ມາຮອດປີ 2020 ພວກຂ້າພະເຈົ້າເຫັນວ່າ ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ມີຄວາມຕ້ອງການຊື້ກະໂປ່ງເກົ່າ ເສື້ອເກົ່າຂອງເຜົ່າມົ້ງ ຜ້າບ່ຽງເຜົ່າໄທດຳ ໂສ້ງແມ່ຍິງເຜົ່າຢ້າວ ຈຶ່ງພ້ອມກັນມາຄົ້ນຄ້ວານຳຄອບຄົວ ທົດລອງເກັບຊື້ເຄື່ອງເກົ່າໄປຂາຍ ພ້ອມນັ້ນກໍຜະລິດຂຶ້ນໃໝ່ທີ່ຄືກັບແບບເກົ່າເພື່ອຂາຍ ຜ່ານການທົດລອງເຫັນວ່າ ໄດ້ມີຜົນກຳໄລ ແລະ ຕະຫຼາດມີຄວາມຕ້ອງການໂດຍສະເພາະແມ່ນຕະຫຼາດຕ່າງປະເທດ ແລະ ພາຍໃນປະເທດຈຳນວນໜຶ່ງ.

ມາຮອດປີ 2021 ຈຶ່ງໄດ້ເປັນເອກະພາບພາຍໃນ 3 ຄອບຄົວ ພ້ອມກັນສ້າງກຸ່ມແຕ້ມທຽນ 3 ເອື້ອຍນ້ອງຂຶ້ນ ແຕ່ກໍຍັງເປັນກຸ່ມການຜະລິດຂະໜາດນ້ອຍ ໃນເບື້ອງຕົ້ນມີຕົ້ນທຶນທັງໝົດ 500 ລ້ານກີບ ໃນນັ້ນທຶນຄົງທີ່ມີ 200 ລ້ານກີບ ທືນໝູນວຽນ 300 ລ້ານກີບ ມີພະນັກງານໃນກຸ່ມ 6 ຄົນ ຜ່ານການດຳເນີນກິດຈະການດັ່ງກ່າວເປັນໄລຍະ 1 ປີ ເຫັນວ່າມີລາຍຮັບດີ ມາຮອດ ປີ 2022 ຈຶ່ງໄດ້ຂະຫຍາຍກິດຈະການ ເອົາເງິນທີ່ທ້ອນຈາກກຳໄລ 1 ຕື້ກີບ ມາລົງທຶນໃສ່ຕື່ມ ໃນນີ້ມີທືນໝູນວຽນ 800 ລ້ານກີບ ມາຮອດປະຈຸບັນມີພະນັກງານໃນກຸ່ມການຜະລິດແຕ້ມທຽນທັງໝົດມີ 50 ຄົນ, ຍິງ 41 ຄົນ ປະກອບມີ 2 ໜ່ວຍງານ ມີ 10 ຈຸງານ ຄື ໜ່ວຍງານບໍລິຫານ ແລະ ຄຸ້ມຄອງມີ 5 ຈຸງານ ໜ່ວຍງານການຜະລິດ ມີ 5 ຈຸງານ.

ຈາກຜົນຜະລິດ ແລະ ຜົນໄດ້ຮັບການດຳເນີນທຸລະກິດ ມາຮອດປັດຈຸບັນການຜະລິດທີ່ສົ່ງອອກມີ 4 ປະເພດຄື ຝ້າຍຂາວ ຝ້າຍສີ ຝ້າຍແຕ້ມທຽນ ຝ້າຍແຕ້ມແສ່ວ ມີ 63.128 ຜືນ ມີລາຍຮັບທັງໝົດ 51 ຕື້ກວ່າກີບ, ຕົ້ນທຶນທັງໝົດແມ່ນ 44 ຕື້ກວ່າກີບ ຍອດກໍາໄລ 6 ຕື້ກວ່າກີບ ສ່ວນພະນັກງານກໍາມະກອນ ໄດ້ຮັບເງິນເດືອນຕ່ຳສຸດ 3.500.000 ກີບ ແລະ ສູງສຸດ 5.500.000 ກີບ ພ້ອມນັ້ນໄດ້ປ່ອຍປະເພດຝ້າຍແຕ້ມທຽນໃຫ້ເອື້ອຍນ້ອງແມ່ຍິງບັນດາບ້ານໃນທົ່ວເມືອງຫຍິບແສ່ວ ປະດັບສີ ລາຄາ 85.000–100.000 ກີບຕໍ່ທ່ອນ ຜົນຈາກການຜະລິດສາມາດແກ້ໄຂຄອບຄົວທຸກຍາກຂອງກຸ່ມແຕ້ມທຽນ 3 ເອື້ອຍນ້ອງໄດ້ ມີຄື ມີເຮືອນຖາວອນ 4 ຫຼັງ ລົດໃຫຍ່ 4 ຄັນ ມີລົດຈັກ 7 ຄັນ ມີໂຮງສີເຂົ້າ 1 ເຄື່ອງ ມີງົວ 100 ໂຕ ມີເງິນທ້ອນຈຳນວນໜຶ່ງ ແລະ ມີເງິນອຸດໜູນສົ່ງລູກ ຫຼານ ມີເງິນໃຊ້ຈ່າຍຍາມຈໍາເປັນ ສາມາດສຶກສາອົບຮົມ ແລະ ຊ່ວຍສ້າງອາຊີບໃຫ້ບຸກຄົນມົ້ວສຸມຢາເສບຕິດ 11 ຄົນ ແລະ ສ້າງວຽກເຮັດງານທຳໃຫ້ຄອບຄົວທຸກຍາກໃນບ້ານໄດ້ຈຳນວນໜຶ່ງ.

ເພື່ອຕອບສະໜອງກັບຄວາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແລະ ເຮັດໃຫ້ທຸລະກິດຂະຫຍາຍຕົວຍິ່ງຂຶ້ນ ໃນໃນຕໍ່ໜ້າຈະສືບຕໍ່ຮັກສາກິດຈະກຳແຕ້ມທຽນ ແລະ ຈະຂະຫຍາຍຕື່ມ.ໂດຍສະເພາະຈຸງານຜະລິດແຜ່ນແພ ຈະປຸກລະດົມຊາວບ້ານ ແລະ ບັນດາບ້ານພາຍໃນເມືອງສົບເບົາທີ່ມີເງື່ອນໄຂປູກຕົ້ນຝ້າຍມົ້ງເພື່ອສະໜອງໃຫ້ກຸ່ມຫັດຖະກຳແຕ້ມທຽນເພື່ອຜະລິດໃຫ້ໄດ້ຫຼາຍ ແລະ ຫຼຸດຜ່ອນການນຳເຂົ້າວັດຖຸດິບທີ່ມາຈາກຕ່າງປະເທດ ຂະຫຍາຍສາຂາສົ່ງສິນຄ້າຢູ່ພາຍໃນ ຕ່າງແຂວງ ແລະ ຕ່າງປະ ເທດ ໃຫ້ຫຼາຍຂຶ້ນ ຈະສົມທົບພາກສ່ວນທີ່ກ່ຽວຂ້ອງເພື່ອສະເໜີຂໍຈົດທະບຽນຊັບສິນທາງປັນຍາຫັດຖະກຳແຕ້ມທຽນ ຈະສືບຕໍ່ຍົກລະດັບຄຸນນະພາບ ແປຮູບຜະລິດຕະ ພັນໃຫ້ຫຼາກຫຼາຍ ແລະ ມີຄຸນນະພາບສູງຂຶ້ນ.
ທີ່ມາ: ວຽງຈັນໃໝ່


