ມີໄອເດຍຄູລໆ ເພື່ອສ້າງໂລກອອນລາຍໃຫ້ປອດໄພ ແລະ ໜ້າຢູ່ຂຶ້ນບໍ່?

ອົງການ Stop Online Harm ເປີດຮັບແຂ່ງຂັນບົດສະເໜີໂປຣເຈັກທີ່ຈະຊ່ວຍສ້າງການປ່ຽນແປງເພື່ອຄວາມປອດໄພໃນໂລກໂຊໂຊລມີເດຍ ແລະ ສ້າງຄວາມຮູ້ໃຫ້ຜູ້ຊົມໃຊ້ອິນເຕີເນັດຮູ້ວ່າອັນໃດແມ່ນໄພອອນລາຍ, ພ້ອມທັງຮູ້ຈັກປ້ອງກັນ ແລະ ລາຍງາຍ ເພື່ອຮັກສາຄວາມປອດໄພດ້ວຍໂຕເອງໄດ້.

ພວກເຮົາຢາກຮູ້ໄອເດຍຂອງທ່ານ ໂດຍຜ່ານບົດນຳສະເໜີ ແລະ ພວກເຮົາຈະຄັດເອົາໂປຣເຈັກທີ່ສ້າງສັນ ແລະ ສາມາດປະຕິບັດຕົວຈິງໄດ້ຫຼາຍທີ່ສຸດ ເພື່ອໃຫ້ທຶນໃນການລົງມືປະຕິບັດສູງເຖິງ USD 1,000 ເພື່ອປ່ຽນໄອເດຍໃຫ້ກາຍເປັນຈິງໄດ້!

ພວກເຮົາບໍ່ຈຳກັດຂອບເຂດຂອງຄວາມຄິດສ້າງສັນ, ພວກເຮົາພ້ອມຮັບຟັງໝົດ ບໍ່ວ່າຈະເປັນ:

ຄອນເທັ້ນໃນ Social Media ສຸດປັງຜ່ານທາງ WhatsApp, TikTok, Facebook or Instagram

ສາລະຄະດີ, ຮູບເງົາສັ້ນ ຫຼື ການເລົ່ານິທານ

ຜົນງານສິລະປະ, ກາຕູນ (Comic) ຫຼື ພາບເຄື່ອນໄຫວ (Animation)

ພອດແຄສ (Podcast)

ຫຼື ໄອເດຍແປກໃໝ່ທີ່ຍັງບໍ່ມີໃຜເຄີຍເຮັດມາກ່ອນ.

ໃຜແດ່ທີ່ສາມາດສະໝັກໄດ້

ໄວໜຸ່ມທີ່ອາໄສຢູ່ ປະເທດ ກຳປູເຈຍ, ມຽນມາ ຫຼື ລາວ ອາຍຸ 15 ຫາ 30 ປີ

ສະໝັກຄົນດຽວ ຫຼື ເປັນທີມກໍໄດ້ (ທີມໜຶ່ງບໍ່ເກີນ 3 ຄົນ)

ເປີດກວ້າງຮັບທຸກໆເພດ, ທຸກຊົນເຜົ່າ ແລະ ທຸກໆກຸ່ມ!

ສິ່ງທີ່ທ່ານຈະໄດ້ຮັບ (ຫຼາຍກວ່າເລື່ອງທຶນ!)

ທຶນສະໜັບສະໜູນສູງສຸດ USD 1,000 ຕໍ່ໂປຣເຈັກ

ໄດ້ Mentors ເກັ່ງໆລະດັບພາກພື້ນມາຊ່ວຍ ເທຣນ ແລະ ໃຫ້ຄຳແນະນຳດ້ານຄວາມຮຸນແຮງທາງເພດຜ່ານການນຳໃຊ້ເຕັກໂນໂລຊີ (TFGBV) ແລະ ຄວາມປອດໄພທາງດິຈິຕອລ

ໄດ້ໂຊຜົນງານ! ໂຄງການຂອງທ່ານຈະໄດ້ຮັບການເຜີຍແຜ່ ແລະ ໂປຣໂໝດຜ່ານຊ່ອງທາງຕ່າງໆ ຂອງ Stop Online Harm

ໝາຍເຫດ: ໂຄງການທີ່ໄດ້ຮັບການຄັດເລືອກຈະໄດ້ລົງມືເຮັດແທ້ ເຊິ່ງມີກຳນົດຈັດຕັ້ງປະຕິບັດໄລຍະ 1 ຫາ 3 ເດືອນ ເຊິ່ງສາມາດກຳນົດເວລາເລີ່ມປະຕິບັດໂຄງການໄດ້.

ໝົດເຂດຮັບສະໝັກພາຍໃນ ວັນອາທິດ, ທີ 30 ສິງຫາ 2026

ເບິ່ງວິທີການສະໝັກ ແລະ ແຫຼ່ງຂໍ້ມູນທີ່ອາດຊ່ວຍພັດທະນາໂປຣເຈັກຂອງເຈົ້າໄດ້ທີ່ https://www.stoponlineharm.org/innovation-fund

ຫຼື ສະແກນ QR Code ໃນຮູບໄດ້ເລີຍ!

*ທີມງານຈະຕິດຕໍ່ກັບຫາຜູ້ທີ່ຜ່ານການຄັດເລືອກ ພາຍໃນ 1 ເດືອນ ຫຼັງຈາກປິດຮັບສະໝັກ.

ຢ່າເກັບໄອເດຍດີໆ ໄວ້ຄົນດຽວ! ມາຮ່ວມປ່ຽນໂລກອອນລາຍໃຫ້ປອດໄພ ແລະ ມ່ວນຂຶ້ນນໍາກັນໃນໂຄງການ TFGBV Innovation Fund 2026 ເລີຍ!

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles