22 C
Vientiane
Wednesday, November 19, 2025

Flash News

Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ. ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta...

Last News

spot_img
spot_img

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ນິວຊີແລນ

ໃນວັນທີ 10 ກັນຍາ ຜ່ານມາ ທີ່ ທໍານຽບລັດຖະບານ ທີ່ ນະຄອນຫຼວງແວວລິງຕັນ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງ ຕໍ່ ທ່ານ ນາງ ແດມ ຊິນດີ ຄີໂຣ ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ນິວຊີແລນ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ນິວຊີແລນ ໂດຍມີສໍານັກງານຕັ້ງຢູ່ນະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ.

ໃນໂອກາດນີ້, ນາງ ແດມ ຊິນດີ ຄີໂຣ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບນິວຊີແລນ. ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືສອງຝ່າຍ ຕະຫຼອດໄລຍະຫຼາຍກວ່າ 6 ທົດສະວັດ ແຫ່ງການພົວພັນການທູດ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ສະແດງຄວາມຂອບໃຈ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ນິວຊີແລນ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ນິວຊີແລນ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມືສອງຝ່າຍ, ກໍຄືການຮ່ວມມືກັນໃນຂອບຫຼາຍຝ່າຍ, ໂດຍສະເພາະແມ່ນອາຊຽນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີທີ່ໄດ້ຖືກມອບໝາຍໃຫ້ປະຕິບັດໜ້າທີ່ເປັນທູດປະຈໍາ ນິວຊີແລນ ແລະ ກຽມພ້ອມປະກອບສ່ວນສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ມີມາຫຼາຍກວ່າ 60 ປີ. ພ້ອມກັນນີ້, ທ່ານທູດຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ກໍຄືປະຊາຊົນນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ກໍຄືການຮ່ວມມືໃນຂອບຫຼາຍຝ່າຍອື່ນໆ.

ສອງປະເທດ ລາວ ແລະ ນິວຊີແລນ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 7 ກຸມພາ 1963 ຊຶ່ງປີ 2025 ນີ້ກໍຄົບຮອບ 62 ປີ.

ທີ່ມາ: LNR

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles