27 C
Vientiane
Thursday, July 10, 2025

ປີ 2025 ແຜນການຄາດໝາຍສູ້ຊົນທີ່ສະພາແຫ່ງຊາດຮັບຮອງ ທົ່ວປະເທດຕ້ອງໃຫ້ບັນລຸ 80.400 ຖົງ

ກອງປະຊຸມຄົບຄະນະຂອງຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຈັດຂຶ້ນວັນທີ 2 ກໍລະກົດ 2025 ໂດຍເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ, ມີ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນປີ 2024, ສະພາແຫ່ງຊາດຮັບຮອງຕາມແຜນການຕ້ອງໃຫ້ບັນລຸ 78.000 ຖົງ, ສາມາດປະຕິບັດໃນໄລຍະ 12 ເດືອນ 71.290 ຖົງ, ຖືວ່າປະຕິບັດໄດ້ 92% ຫລຸດແຜນການ 6.710 ຖົງ. ໃນນີ້, ສູນກາງປະຕິບັດໄດ້ 36.197 ຖົງ (ລື່ນແຜນການ 109% ຂອງແຜນການປີ), ທ້ອງຖິ່ນປະຕິບັດໄດ້ 35.093 ຖົງ(ຫລຸດແຜນການ 79% ຂອງແຜນການປີ).

ສຳລັບ ປີ 2025 ແຜນການຄາດໝາຍສູ້ຊົນທີ່ສະພາແຫ່ງຊາດຮັບຮອງ ທົ່ວປະເທດຕ້ອງໃຫ້ບັນລຸ 80.400 ຖົງ. ໃນນີ້, ສູນກາງ(ກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ) ຕ້ອງບັນລຸ 34.000 ຖົງ ແລະ ທ້ອງຖິ່ນ 46.400 ຖົງ. ສຳລັບປີ 2026 ຕ້ອງໃຫ້ບັນລຸ 85.000 ຖົງ ແລະ ຮອດປີ 2030 ຕ້ອງໃຫ້ບັນລຸ 120.000 ຖົງ. ນອກນັ້ນ, ຍັງຕ້ອງໄດ້ຮັບປະກັນໃຫ້ເລືອດທີ່ໄດ້ຮັບຈາກການບໍລິຈາກເລືອດມີຄວາມປອດໄພ, ຮັບປະກັນໃຫ້ມີຄຸນນະພາບຕາມມາດຕະຖານທີ່ວາງໄວ້.

ທີ່ມາ: ໜັງສືພິມວຽງຈັນໃໝ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles