ເຈົ້າເມືອງ ເມືອງຫມື່ນ ຂໍຖືເປັນກຽດແຈ້ງມາຍັງ ພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ກຸ່ມບ້ານ,ນາຍບ້ານ,ພໍ່ ຄ້າຊາວຂາຍ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທົ່ວເມືອງຫມື່ນຊາບ ກ່ຽວກັບ ຄະນະສະເພາະກິດ ເພື່ອສະກັດ ກັ້ນ ແລະ ແກ້ໄຂບັນຫາລົດເຖື່ອນ ຈະໄດ້ລົງເຄື່ອນໄຫວກວດກາ ແລະ ເກັບກໍາຂໍ້ມູນການນໍາໃຊ້ລົດນໍາເຂົ້າ ບໍ່ຖືກຕ້ອງ (ລົດເຖື່ອນ) ພາຍໃນເມືອງຫມື່ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວປະສົບຜົນສໍາເລັດ ແລະ ມີປະສິດທິຜົນສູງ ຂໍໃຫ້ບັນດາທ່ານຈົ່ງໃຫ້ຄວາມຮ່ວມມື ແລະ ພ້ອມກັນເປັນເຈົ້າການຄືດັ່ງນີ້:
1) ໃຫ້ບັນດາຫ້ອງການພາຍໃນເມືອງ,ທະຫານ,ຕໍາຫຼວດ,ກຸ່ມບ້ານ ແລະ ນາຍບ້ານ 22 ບ້ານທົ່ວເມືອງ ເປັນເຈົ້າການຈັດ ຕັ້ງຜັນຂະຫຍາຍແຈ້ງການ ຂອງຫ້ອງວ່ານການແຂວງ ແລະ ຫນັງສືແຈ້ງການຂອງທ່ານເຈົ້າເມືອງ ເພື່ອເກັບກໍາຂໍ້ມູນສັງລວມ ລາຍງານຕໍ່ຄະນະຮັບຜິດຊອບຂັ້ນແຂວງ.
2) ການແຈ້ງ ແລະ ເກັບກໍາຂໍ້ມູນການນໍາໃຊ້ລົດເຂົ້າບໍ່ຖືກຕ້ອງ (ລົດເຖື່ອນ) ປະເພດລົດໃຫຍ່, ລົດຈັກທຸກປະເພດທີ່ຕົນເອງຄອບຄອງ ໃຫ້ມາແຈ້ງນໍາຄະນະຮັບຜິດຊອບຂອງເມືອງຢູ່ຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ຕາມວັນເວລາໂມງລັດຖະການ ກໍານົດ 45 ວັນ, ນັບແຕ່ມື້ອອກຫນັງສືແຈ້ງການສະບັບນີ້ເປັນຕົ້ນໄປ.
3) ໃນກໍລະນີມີການນໍາໃຊ້ລົດນໍາເຂົ້າບໍ່ຖືກຕ້ອງ (ລົດເຖື່ອນ) ບໍ່ໄດ້ມາແຈ້ງຂໍ້ມູນຕໍ່ຄະນະກໍາມະການຮັບຜິດຊອບ (ລົດເຖື່ອນ) ຕາມກຳນົດເວລາທີ່ໄດ້ລະບຸໄວ ຖ້າຫາກເຈົ້າໜ້າທີ່ພົບເຫັນຕ້ອງຖືກດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັມງວດ.
