ອີງຕາມຂໍ້ມູນຫຼ້າສຸດ, ຈາກກະຊວງການທ່ອງທ່ຽວ ແລະ ກິລາ ແຫ່ງປະເທດໄທ ລະບຸວ່າ: ໃນເດືອນເມສາ 2025 ທີ່ຜ່ານມາ, ໄດ້ມີຈຳນວນນັກທ່ອງທ່ຽວຈາກ ສປປ ລາວ ເດີນທາງມາທ່ຽວປະເທດໄທຫຼາຍເຖິງ 80,468 ຄົນ, ຄອງອັນດັບທີ່ 9 ຂອງບັນດາປະເທດ ທີ່ສົ່ງນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍທີ່ສຸດ ຂອງຊ່ວງເວລາດັ່ງກ່າວ.
ໃນໄລຍະນີ້, ເປັນຊ່ວງຂອງການສະເຫຼີມສະຫຼອງບຸນປະເພນີສົງການຂອງ ລາວ-ໄທ ທີ່ມີວັດທະນາທຳຄ້າຍຄືກັນ ແລະຖືຊ່ວງທີ່ຫຼາຍໆຄອບຄົວເດີນທາງທ່ອງທ່ຽວ ແລະໃຊ້ເວລາຮ່ວມກັນ ຈຶ່ງເຮັດໃຫ້ມີການເດີນທາງໄປມາລະຫວ່າງຊາຍແດນເພີ່ມຂຶ້ນ.
ໃນບົດລາຍງານ, ຍັງລະບຸເຖິງສະພາບການທ່ອງທ່ຽວຂອງປະເທດໄທ, ໂດຍໃນຊ່ວງຕົ້ນປີ (ເດືອນມັງກອນ-ເດືອນເມສາ 2025) ໄດ້ຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກຫຼາຍກວ່າ 12.09 ລ້ານຄົນ. ໂດຍນັກທ່ອງທ່ຽວຈາກ ສປປ ລາວ ຍັງຄົງເປັນໜຶ່ງໃນທ່າແຮງທີ່ສຳຄັນຂອງຂະແໜງການທ່ອງທ່ຽວ ໂດຍສະເພາະເຂດທີ່ມີຊາຍແດນຕິດຈອດເຊັ່ນ: ຈັງຫວັດໜອງຄາຍ, ອຸບົນຣາຊະທານີ ແລະຊຽງຣາຍ.
ການເດີນທາງຂອງນັກທ່ອງທ່ຽວລາວ-ໄທ ນອກຈາກຈະຊ່ວຍສົ່ງເສີມເສດຖະກິດລະຫວ່າງປະເທດແລ້ວ, ຍັງໄດ້ສະແດງໃຫ້ເຫັນເຖິງຄວາມສຳພັນອັນເຂັ້ມແຂງລະຫວ່າງສອງປະເທດ ທີ່ມີປະເພນີ ແລະວັດທະນະທຳທີ່ຄ້າຍຄືກັນ.
ທີ່ມາ: Nationthailand