ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງໝື່ນ ແຂວງວຽງຈັນ ແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູູ່ລຽບຕາມແຄມນ້ຳເຂດພື້ນທີ່ຕໍ່າ ທີ່ມີຄວາມສ່ຽງຈະຖືກຜົນກະທົບຈາກນໍ້າຖ້ວມ ໃຫ້ກະກຽມຍົກຍ້າຍສັດລ້ຽງ ແລະ ເຄື່ອງຂອງໄປໄວ້ໃນເຂດພື້ນທີ່ສູງ ແລະ ມີຄວາມປອດໄພ ພ້ອມໃຫ້ຕິດຕາມເຝົ້າລະວັງຕະຫລອດ 24 ຊົ່ວໂມງ.
ເນື່ອງຈາກມີຝົນຕົກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າຫ້ວຍ, ນໍ້າໜອງເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ມີນ້ຳໄຫລເຂົ້າຖ້ວມເຮືອນປະຊາຊົນ, ໂຮງໝໍ, ຂົວ, ເນື້ອທີ່ທຳການຜະລິດ (ນາ, ສວນປູກໄມ້ອຸດສາຫະກໍາ) ບາງແຫ່ງຖືກນໍ້າຖ້ວມ. ພ້ອມນີ້, ຍັງມີເສັ້ນທາງບາງຈຸດຖືກຕັດຂາດເຮັດໃຫ້ການສັນຈອນລະຫວ່າງບ້ານຕໍ່ບ້ານຂອງປະຊາຊົນທີ່ຢູ່ເຂດດັ່ງກ່າວ ພົບກັບຄວາມຫຍຸ້ງຍາກລໍາບາກຫລາຍສົມຄວນ.
ໃນວັນທີ 27 ມິຖຸນາ 2025 ນີ້ການນຳເມືອງໝື່ນ ແຂວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຊັ່ນ: ຫ້ອງການກາແດງ, ຫ້ອງແຮງງານ ແລະ ສະຫວັດດີ ການສັງຄົມເມືອງ, ຫ້ອງການ ກະສິກຳ ແລະ ປ່າໄມ້ ເຄື່ອນໄຫວຕິດຕາມກວດກາສະພາບນໍ້າຖ້ວມ ຢູ່ເຂດບ້ານນ້ຳເພີນ, ບ້ານນາປ່າໄຜ່, ບ້ານໂພນງາມ, ໂນນໄຮ, ໂພນສີວິໄລ, ໂນນໄຮ, ນ້ຳເລົ້າ, ນາໝໍ້ ແລະ ບ້ານເມືອງໝື່ນ ເຊິ່ງເປັນບ້ານຢູ່ລຽບຕາມແຄມນ້ຳ ເນື່ອງຈາກເຂດນີ້ເປັນເຂດພື້ນທີ່ຕໍ່າປະກອບກັບຝົນຕົກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າຫ້ວຍ, ນໍ້າໜອງເພີ່ມຂຶ້ນຢ່າງໄວວາ ບາງແຫ່ງຖືກນໍ້າຖ້ວມ ສ່ວນຜົນເສຍຫາຍຈະລາຍງານໃຫ້ຊາບຕາມພາຍຫລັງ.