ເບິ່ງຄືວ່າເຕັກໂນໂລຊີທີ່ຄ້າຍຄືຫຼຸດອອກມາຈາກໜັງສາຍລັບ Mission Impossible ກຳລັງຈະກາຍເປັນຄວາມເປັນຈິງຫຼາຍຂຶ້ນ ເມື່ອທີມນັກຄົ້ນຄວ້າຈາກມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປ້ອງກັນປະເທດຂອງຈີນ (National Defense University of Science and Technology) ໃນແຂວງຮູຫນານ ໄດ້ເປີດໂຕໂດຣນຮຸ່ນໃໝ່ລ່າສຸດ ທີ່ມີຂະໜາດນ້ອຍຈົນສາມາດວາງໄວ້ໃສ່ປາຍນິ້ວໄດ້ ບໍ່ພຽງແຕ່ມີຂະໜາດນ້ອຍເທົ່າ “ຍຸງ” ແຕ່ຮູບຮ່າງຂອງມັນກໍ່ຍັງຄ້າຍຄືກັນອີກດ້ວຍ.
ອຸປະກອນສອດແນມຂະໜາດນ້ອຍທີ່ໜ້າປະທັບໃຈນີ້ ຖືກເປີດເຜີຍສູ່ສາທາລະນະເປັນຄັ້ງທຳອິດຜ່ານສະຖານີໂທລະພາບຂອງລັດຖະບານຈີນ CCTV 7 ກ່ອນທີ່ສື່ໃຫຍ່ເຊັ່ນ: South China Morning Post ຈະນຳມາຂະຫຍາຍຄວາມ ໂດຍໃນລາຍງານໄດ້ເຜີຍໃຫ້ເຫັນຮູບຂອງ Liang Hexiang ນັກສຶກສາຜູ້ມີສ່ວນຮ່ວມພັດທະນາ ກຳລັງຖືໂດຣນຈິ໋ວນີ້ໄວ້ລະຫວ່າງນິ້ວຂອງລາວ ພ້ອມລະບຸວ່າໂດຣນຂະໜາດເທົ່າແມງໄມ້ນີ້ ຖືກອອກແບບມາໂດຍມີຈຸດປະສົງສະເພາະດ້ານການລາດຕະເວນເກັບກຳຂໍ້ມູນ (Information Reconnaissance) ເຊິ່ງໂດຍເນື້ອແທ້ແລ້ວມັນແມ່ນ “ໂດຣນສອດແນມ” ນັ້ນເອງ.
ຢ່າງໃດກໍ່ຕາມ, ຂໍ້ຈຳກັດດ້ານພະລັງງານ ແລະ ປະສິດທິພາບຂອງຮາດແວຍັງຄົງເປັນປັນຫາສຳຄັນສຳລັບນັກພັດທະນາ. ໂດຣນຈະຕ້ອງມີລະບົບພະລັງງານທີ່ພຽງພໍ ແລະ ເຊື່ອຖືໄດ້ ເພື່ອໃຫ້ໝັ້ນໃຈວ່າສາມາດກັບຄືນມາສົ່ງຂໍ້ມູນໄດ້ຢ່າງປອດໄພໃນພາລະກິດແທ້ ລວມຖິງຕ້ອງປະເຊີນໜ້າກັບຄວາມທ້າທາຍເລື່ອງຄວາມໝັ້ນຄົງໃນການບິນ ແລະ ຄວາມສາມາດໃນການປະຕິບັດງານໃນສະພາບແວດລ້ອມທີ່ຫຼາກຫຼາຍ.
ສຸດທ້າຍນີ້, ເຖິງເເມ່ນວ່າເຕັກໂນໂລຊີດັ່ງກ່າວຈະຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ພັດທະນາ ແຕ່ກໍ່ເປັນອີກໜຶ່ງບາດກ້າວສຳຄັນທີ່ອາດປະຕິວັດແນວຄວາມຄິດເລື່ອງການສອດແນມ ແລະ ການປະຕິບັດການໄລຍະໄກໃນອະນາຄົດ ແລະ ຫາກໄດ້ຮັບການຕໍ່ຍອດຢ່າງເໝາະສົມ ໂດຣນຂະໜາດນ້ອຍເທົ່າຍຸງນີ້ ອາດບໍ່ພຽງເປັນເຄື່ອງມືຂອງສາຍລັບເທົ່ານັ້ນ ແຕ່ຍັງເປັນຄວາມຫວັງໃນການຊ່ວຍຊີວິດຄົນໃນຍາມຄັບຂັນອີກດ້ວຍ.
ທີ່ມາ: tomshardware