ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະກອບມີ 79 ກິດຈະກໍາ ໂດຍແບ່ງອອກເປັນ 2 ລະດັບຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ປະຕິບັດໄດ້ 98.5% ຍ້ອນບາງແຂວງຍັງບໍ່ມີເງື່ອນໄຂຄວາມພ້ອມ ຈຶ່ງບໍ່ສາມາດປະຕິບັດໄດ້ຢ່າງສົມບູນ.
ປີ 2024 ມີນັກທ່ອງທ່ຽວພາຍໃນ 3,904,483 ເທື່ອຄົນ ເພີ່ມຂຶ້ນເຖິງ 102% ກະຈາຍລາຍຮັບໄດ້ 632,526,246 ໂດລາ; ນັກທ່ອງທ່ຽວສາກົນມີ 4,120,832 ເທື່ອຄົນ ເພີ່ມຂຶ້ນ 21% ກະຈາຍລາຍຮັບໄດ້ 1,138,003,848 ໂດລາ. ສາມເດືອນຕົ້ນປີ 2025 ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,262,035 ເທື່ອຄົນ ເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມ 426,975,454 ໂດລາ; ນັກທ່ອງທ່ຽວພາຍໃນ 1,467,886 ເທື່ອຄົນ ເພີ່ມຂຶ້ນ 98.6% ທຽບໃສ່ໄລຍະດຽວກັນຂອງປີ 2024, ລາຍຮັບທີ່ກະຈາຍໃນສັງຄົມ 237,797,532 ໂດລາ.
ສໍາລັບນັກທ່ອງທ່ຽວ 10 ອັນດັບຕົ້ນທີ່ມາທ່ຽວລາວ:
1. ໄທ, 2. ຈີນ (ເລື່ອນຈາກອັນດັບ 3) 3. ຫວຽດນາມ, 4. ສ.ເກົາຫຼີ, 5. ອາເມລິກາ, 6. ຝຣັ່ງ, 7. ລັດເຊຍ, 8. ອັງກິດ, 9 ເຢຍລະມັນ, 10. ຍີ່ປຸ່ນ; ນະໂຍບາຍຍົກເວັ້ນວີຊາໃຫ້ບາງປະເທດກຸ່ມເປົ້າໝາຍໄລຍະປີທ່ອງທ່ຽວລາວ 2024 (ເລີ່ມແຕ່ກໍລະກົດ-ທັນວາ) ເຫັນວ່ານັກທ່ອງທ່ຽວຈີນແມ່ນໄດ້ຮັບຜົນເກີນຄາດໝາຍທີ່ວາງໄວ້ ເຊິ່ງມີ 1,048,034 ເທື່ອຄົນ ເພີ່ມຂຶ້ນ 63%.
ຂໍ້ມູນຈາກ: ຂ່າວ ຜູ້ແທນປະຊາຊົນ