27 C
Vientiane
Thursday, July 10, 2025

ເມືອງແອດອອກຄຳສັ່ງໃຫ້ໂຈະຖາວອນ ການອອກອະນຸຍາດໃຫ້ຂຸດຄົ້ນແຮ່ຄຳຕົກຂ້ອນທຸກຮູບແບບ ໃນຂອບເຂດທົ່ວເມືອງແອດ ແຂວງຫົວພັນ

ເມືອງແອດ ແຂວງຫົວພັນ ອອກຄຳສັ່ງ ວ່າດ້ວຍ: ການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວເມືອງແອດ. ເຖິງ: ບັນດາຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ – ປກສ, ນາຍບ້ານ 77 ບ້ານທົ່ວເມືອງ, ບຸກຄົນ, ນິຕິບຸກຄົນ, ບັນດານັກທຸລະກິດ, ປະຊາຊົນບັນດາເຜົ່າ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ພາຍໃນເມືອງແອດ.

I. ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນທຸກຮູບແບບໃນຂອບເຂດທົ່ວເມືອງແອດ ໃຫ້ບັນດາຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ – ປກສ, ນາຍບ້ານ 77 ບ້ານທົ່ວເມືອງ, ບຸກຄົນ, ນິຕິບຸກຄົນ, ບັນດານັກທຸລະກິດ, ປະຊາຊົນບັນດາເຜົ່າ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ພາຍໃນເມືອງແອດ ຈັດ ຕັ້ງປະຕິບັດ ດັ່ງນີ້:

1) ຫ້າມບັນດາຫ້ອງການກ່ຽວຂ້ອງ ສ້າງເງື່ອນໄຂທີ່ເປັນຊ່ອງວ່າງ ໃນທຸກຮູບແບບ ໃຫ້ແກ່ການຂຸດຄົ້ນແຮ່ຄໍາ ຕົກຂ້ອນ ຢູ່ໃນຂອບເຂດ ສາຍນໍ້າ, ຮ່ອງຫ້ວຍ, ແຄມທົ່ງນາ, ແຄມຫ້ວຍ, ເຂດອ່າງນໍ້າທີ່ເປັນໂຄງການພັດທະນາ ທີ່ນໍ້າຈະຖ້ວມ, ສ້າງໂຄງການພິເສດ, ລວມທັງການດູດ ແຮ່ຫີນ ແລະ ຊາຍ ທີ່ນໍາໃຊ້ຕະແກງ, ກົນຈັກ, ໂຕະຮ່ອນ, ເຄື່ອງມື ແລະ ອຸປະກອນຕ່າງໆ ເພື່ອສະກັດເອົາ ແຮ່ຄໍາຕົກຂ້ອນຢ່າງເດັດຂາດ;

2) ໃຫ້ກວດກາ ແລະ ປະຕິບັດມາດຕະການຕໍ່ການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ, ການດູດແຮ່ ແລະ ຊາຍ ໃນທຸກກໍລະນີ (ທີ່ເປັນການສວຍໂອກາດສະກັດດູດເອົາແຮ່ຄໍາຕົກຂ້ອນ) ໃນຂອບເຂດເມືອງແອດ;

3) ສໍາລັບໂຄງການແຮ່ຄໍາຕົກຂ້ອນ ທີ່ໄດ້ຮັບການອະນຸຍາດຈາກລັດຖະບານ ແລະ ຂັ້ນອົງການປົກຄອງ ທ້ອງຖິ່ນ ໃນໄລຍະຜ່ານມາ ທີ່ກໍາລັງຂຸດຄົ້ນໃນປັດຈຸບັນ ໃຫ້ເຊີນບໍລິສັດທີ່ກ່ຽວຂ້ອງ ມາເຈລະຈາໄລ່ລຽງກັນ ເພື່ອ ໃຫ້ ຢຸດເຊົາໂຄງການ, ແຕ່ກ່ອນຈະມອບເນື້ອທີ່ດັ່ງກ່າວໃຫ້ລັດ ບໍລິສັດຕ້ອງໄດ້ປັບປຸງປົວແປງສະພາບພື້ນທີ່ ແລະສິ່ງແວດລ້ອມ ໃນເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍມີການຕິດຕາມຢ່າງໃກ້ຊິດຂອງຂະແຫນງ ການ ກ່ຽວຂ້ອງຂອງພາກລັດ ເພື່ອບໍ່ໃຫ້ມີການສວຍໂອກາດໃນທຸກຮູບແບບຕື່ມອີກເດັດຂາດ;

4) ສໍາລັບໂຄງການແຮ່ຕົກຂ້ອນ ຂອງບັນດາບໍລິສັດ ທີ່ສະເຫນີຂໍສໍາປະທານ ແມ່ນຫ້າມໃຫ້ເຊັນອະນຸຍາດຢ່າງ ເດັດຂາດ ມອບໃຫ້ ບັນດາຫ້ອງການກ່ຽວຂ້ອງຂອງເມືອງ ກວດກາຄືນພັນທະຕ່າງໆ ທີ່ໄດ້ລະບຸໃນສັນຍາ ລວມ ທັງຈໍານວນເງິນທີ່ຈະສົ່ງຄືນໃຫ້ແກ່ບັນດາບໍລິສັດ (ຖ້າມີ) ຫຼື ເປັນຮູບການໄລ່ລຽງ ເພື່ອຫັກລົບກັບພັນທະຂອງ ບັນດາ ບໍລິສັດ ທີ່ຕ້ອງມອບໃຫ້ລັດໃນໂຄງການຂຸດຄົ້ນແຮ່ຄໍາຕົກຂ້ອນທັງຫມົດ ໃຫ້ສໍາເລັດຢ່າງຂາດຕົວ.

II. ມາດຕະການຈັດຕັ້ງປະຕິບັດຄໍາສັ່ງ:

1) ມອບໃຫ້ຫ້ອງການແຜນການ ແລະ ການລົງທຶນເມືອງ ເປັນໃຈກາງສົມທົບກັບ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ຂະແຫນງການກ່ຽວຂ້ອງ ແລະ ບັນດາບ້ານທົ່ວເມືອງແອດ ສືບຕໍ່ລົງຕິດຕາມບັນດາໂຄງການບໍ່ແຮ່ທາດ ຕ່າງໆໃນຂອບເຂດທົ່ວເມືອງ, ໃນກໍລະນີກວດພົບເຫັນໂຄງການໃດ ທີ່ດໍາເນີນການຂຸດຄົ້ນບໍ່ຖືກຕ້ອງ, ລະເມີດ ສັນຍາສໍາປະທານ, ສ້າງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແມ່ນໃຫ້ຮີບຮ້ອນ ແຈ້ງໂຈະກິດຈະການຊົ່ວຄາວ, ຫຼັງ ຈາກນັ້ນ ໃຫ້ຫ້ອງການແຜນການ ແລະ ການລົງທຶນເມືອງ ອອກແຈ້ງເຕືອນບໍລິສັດ ເພື່ອໃຫ້ປັບປຸງ ແລະ ແກ້ໄຂ ໂດຍໃຫ້ບໍລິສັດສະເຫນີແຜນການບັບປຸງທີ່ຊັດເຈນ, ຖ້າບໍລິສັດດັ່ງກ່າວບໍ່ສາມາດປັບປຸງແກ້ໄຂຕາມວັນເວລາທີ່ກໍາ ນົດ ແມ່ນໃຫ້ສະເຫນີລັດຖະບານ ເພື່ອຍົກເລີກສັນຍາ ເເລະ ຖອນໂຄງການຄືນ;

2) ມອບໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ເປັນເຈົ້າການສົມທົບກັບ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຂະແຫນງການທີ່ກ່ຽວຂ້ອງ ແລະ ບັນດາບ້ານ ກວດກາຄືນດ້ານຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ຕິດພັນກັບການຂຸດຄົ້ນ, ຂົນສົ່ງ ຊັບພະຍາກອນແຮ່ທາດ, ຫາກບໍ່ປະຕິບັດຕາມບັນດາມາດຕະການ ທີ່ກໍານົດໃນແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ແລະ ເຮັດໃຫ້ມີຜົນກະທົບກັບດ້ານສິ່ງແວດລ້ອມທາງທໍາມະຊາດ ແລະ ສັງຄົມ ແມ່ນ ໃຫ້ດໍາ ເນີນການຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ພ້ອມນັ້ນກໍ່ຕ້ອງພ້ອມສົມທົບກັນຢ່າງ ໃກ້ຊິດ ໃນການກວດກາ ແລະ ແກ້ໄຂບັນຫາການຂຸດຄົ້ນແຮ່ຄໍາຕົກຂ້ອນ ແລະ ຂຸດຄົ້ນຫີນແຮ່-ຊາຍ ເພື່ອອັດຊ່ອງ ວ່າງການສວຍໂອກາດທຸກຮູບແບບ ເພື່ອຂຸດຄົ້ນແຮ່ຄໍາຕົກຂ້ອນ ອັນຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທາງທໍາມະ ຊາດ ລວມທັງສົມທົບກັນໃນການຕິດຕາມກວດກາ ການບັນທຸກນໍ້າຫນັກແຮ່ທາດ ຢູ່ ຕົ້ນທາງ ບໍ່ໃຫ້ມີການສວຍໃຊ້ ໂອກາດລະເມີດບັນທຸກນໍ້າຫນັກເກີນກໍານົດຢ່າງເດັດຂາດ;

3) ມອບໃຫ້ຫ້ອງການການເງິນເມືອງ ເອົາໃຈໃສ່ເຂັ້ມງວດ ໃນການປະຕິບັດກົດຫມາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ດ້ານການເງິນ ເປັນຕົ້ນ: ການລັກລອບ, ບຸກລຸກ, ການຊື້-ຂາຍ, ເຄື່ອນຍ້າຍຊັບສິນຂອງລັດ ໂດຍບໍ່ ຖືກຕ້ອງ ຕາມກົດຫມາຍ, ການບໍ່ປະຕິບັດພັນທະຕ່າງໆ ຕາມສັນຍາ ແລະ ລົງເລິກການກວດກາບັນຊີ ປະຈໍາປີ ຂອງ ບັນດາ ໂຄງການບໍ່ແຮ່ ໂດຍສະເພາະ, ບັນຫາການຈັດເກັບອາກອນກໍາໄລ ແລະ ພາສີ-ອາກອນ ອື່ນໆ ທີ່ຕິດພັນ. ພ້ອມທັງໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປະເມີນຄືນຜົນໄດ້ ແລະ ຜົນເສຍ ໃນການສ້າງລາຍຮັບ ຈາກການຂຸດຄົ້ນແຮ່ທາດ ທຽບໃສ່ການເກັບລາຍຮັບພາຍໃນທັງຫມົດ. ພ້ອມນີ້, ໃຫ້ ຄົ້ນຄວ້າສ້າງນະໂຍບາຍ ແລະ ນິຕິກໍາ ດ້ານພາສີ-ອາກອນຕ່າງໆ, ພ້ອມທັງຕິດຕາມນໍ້າຫນັກແຮ່ທາດ ຢູ່ປາຍທາງ (ດ່ານພາສີ) ແລະ ສະຫນອງຂໍ້ມູນ ໃຫ້ຂະແຫນງການກ່ຽວຂ້ອງ ເພື່ອຮັບຊາບ ຢ່າງເປັນປົກກະຕິ;

4) ພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ຕ້ອງສ້າງເງື່ອນໄຂໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມໃນການຕິດ ຕາມກວດກາ, ແຈ້ງສະພາບການລັກລອບຂຸດຄົ້ນແຮ່ທາດ, ສະພາບຜົນກະທົບຕໍ່ສິ່ງແວດລ້ອມທາງທໍາມະຊາດ ແລະ ສັງຄົມ. ກໍລະນີພົບເຫັນມີການລະເມີດກົດຫມາຍ ແລະ ນິຕິກໍາ ກ່ຽວຂ້ອງ ແມ່ນໃຫ້ຮີບຮ້ອນແຈ້ງຂໍ້ມູນແກ່ເຈົ້າ ຫນ້າທີ່ລັດທີ່ກ່ຽວຂ້ອງດ້ວຍທຸກຮູບການ ລວມທັງຜ່ານສື່ ແລະ ຊ່ອງທາງຕ່າງໆ ເມື່ອໄດ້ຮັບຂໍ້ມູນແລ້ວ ເຈົ້າຫນ້າທີ່ ລັດທີ່ກ່ຽວຂ້ອງຕ້ອງຮີບຮ້ອນລົງກວດກາຕົວຈິງ ແລະ ແກ້ໄຂຢ່າງທັນການ, ຫາກພົບເຫັນການລະເມີດແທ້ ແມ່ນຕ້ອງມີມາດຕະການແກ້ໄຂຢ່າງເຂັ້ມງວດ ແລະ ເດັດຂາດ. ພ້ອມກັນນັ້ນ, ກໍໃຫ້ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ ສົມທົບກັບ ຫ້ອງການການເງິນເມືອງ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຮູບການຍ້ອງຍໍ ແລະ ແບ່ງປັນ ປະໂຫຍດຈາກການປັບໃຫມ ໃຫ້ແກ່ຜູ້ແຈ້ງຂໍ້ມູນຕາມຄວາມເຫມາະສົມ;

5) ມອບໃຫ້ບັນດາອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ-ປກສ, ນາຍບ້ານ 77 ບ້ານທົ່ວເມືອງ, ບຸກຄົນ, ນິຕິບຸກຄົນ ບັນດານັກທຸລະກິດ, ປະຊາຊົນບັນດາເຜົ່າ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດ ຢູ່ພາຍໃນເມືອງ ເຂດ ເປັນເຈົ້າການຈັດຕັ້ງປະຕິບັດກົດຫມາຍ ແລະ ນິຕິກໍາທີ່ກ່ຽວຂ້ອງກ່ຽວກັບແຮ່ທາດຢ່າງເຂັ້ມງວດ, ກໍລະນີ ກວດພົບເຫັນຢູ່ບ້ານໃດມີການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ, ຈະຕ້ອງເປັນຜູ້ຮັບຜິດຊອບຕາມກົດຫມາຍ ແລະ ລະບຽບການຕ່າງໆ. ພ້ອມນັ້ນ, ໃຫ້ຮີບຮ້ອນດໍາເນີນ ການກວດກາ, ເກັບກໍາຂໍ້ມູນ ແລະ ແກ້ໄຂການລັກລອບທຸກ ຕົ້ນຊັບພະຍາກອນແຮ່ທາດຕ່າງໆ, ການຈັບຈອງ, ການຊື້-ຂາຍ, ການດໍາເນີນກິດຈະການ ຫຼື ດໍາເນີນທຸລະກິດຂອງ ບຸກຄົນ, ນິຕິບຸກຄົນ, ກໍລະນີ ທີ່ບໍ່ໄດ້ຮັບອະນຸຍາດ ຫຼື ໄດ້ຮັບອະນຸຍາດ ທີ່ບໍ່ຖືກຕ້ອງຕາມກົດຫມາຍ ແມ່ນໃຫ້ຢຸດຕິ, ຍຸບເລີກ ແລະ ຣັຖມນ, ພ້ອມທັງ ປະຕິບັດມາດຕະການ ຕໍ່ຜູ້ລະເມີດຕາມກົດຫມາຍຢ່າງເຂັ້ມງວດ; ສືບຕໍ່ເປັນ ເຈົ້າການ ແລະ ເຂັ້ມງວດ ໃນການປ້ອງກັນ, ສະກັດກັ້ນ ການລັກລາຍຂຸດຄົ້ນແຮ່ທາດໃນທຸກຮູບແບບ, ໃນກໍລະນີ ຫາກເກີດມີປະກົດການຫຍໍ້ທໍ້ດ້ານແຮ່ທາດຕ່າງໆຢູ່ບ້ານໃດ ແມ່ນມອຍໃຫ້ເມືອງເປັນເຈົ້າການໃນການແກ້ໄຂບັນຫາ ໂດຍໄວ, ເຂັ້ມ ງວດ ແລະ ຂາດຕົວ ດ້ວຍມາດຕະການຕ່າງໆຕາມຄວາມເຫມາະສົມ (ບໍລິຫານ, ເສດຖະກິດ ແລະ ກົດຫມາຍ ຕໍ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເບີດ ທັງການກະທໍາຜິດດັ່ງກ່າວຢ່າງເຂັ້ມງວດ. ພ້ອມນີ້, ໃຊ້ໃບຊ້ອນ ສະຫຼຸບ ແລະ ສັງລວມ ລາຍງານຄວາມຄືບຫນ້າຜົນການຈັດຕັ້ງປະຕິບັດ ໃຫ້ແຂວງຮັບຊາບ ແລະ ມີ ທິດຊີ້ນໍາ ຢ່າງເປັນປົກກະຕິ ໂດຍຜ່ານຫ້ອງວ່າການແຂວງເປັນແຕ່ລະໄລຍະ;

6) ແຜນໃຫ້ຫ້ອງການຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ສັງລວມຜົນກະທົບຈາກການ ຂຸດຄົ້ນແຮ່ ທາດຕ່າງໆຕໍ່ສະຖານທີ່ທ່ອງທ່ຽວ ທີ່ອາດຈະສົ່ງຜົນກະທົບຕໍ່ຊັບພະຍາກອນ ການທ່ອງທ່ຽວທາງທໍາມະ ຊາດ, ວັດທະນະທໍາ ແລະ ປະຫວັດສາດ ແລະ ເປັນເຈົ້າການສົມທົບຢ່າງໃກ້ຊິດ ກັບ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ເພື່ອກວດກາ ແລະ ມີມາດຕະການປ້ອງກັນຮ່ວມກັນ;

7) ໃຫ້ບັນດາຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ-ປກ, ນາຍບ້ານ 77 ບ້ານທົ່ວເມືອງ, ຄົ້ນຄວ້າກົດຫນ້ນຄໍາສັ່ງ ສະບັບນີ້, ນໍາໄປເຊື່ອມຊຶມເຜີຍແຜ່ ແລະ ພ້ອມທັງຜັນຂະຫຍາຍອອກເປັນຫນ້າວຽກ ລະອຽດຕາມຄວາມຮັບຜິດຊອບຂອງຕົນໂດຍໄວ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກໍລະນີຂະແຫນງການ ໂດ, ບ້ານໃດ ຫາກລະເມີດຕໍ່ຄໍາສັ່ງສະບັບນີ້ ແມ່ນຄະນະນໍາຂອງຂະແຫນງການນັ້ນ ຫຼື ບ້ານນັ້ນ ຕ້ອງຮັບຜິດຊອບຕໍ່.

ລາຍລະອຽດຕາມແຈ້ງການດ້ານລຸ່ມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles