ນັກວິໄຈເຜີຍຜົນກະທົບຂອງຄວາມໂດດດ່ຽວດຽວດາຍໃນຍຸກທີ່ສື່ສັງຄົມອອນລາຍ ເເມ່ນອັນຕະລາຍທຽບເທົ່າກັບການສູບຢາ 15 ກອກ ຫຼື ການດື່ມເຫຼົ້າ 6 ຈອກ/ມື້ ເນື່ອງຈາກວ່າຜູ້ຄົນສ່ວນຫຼາຍນັ້ນໃຊ້ເວລາໃນສື່ສັງຄົມອອນລາຍຫຼາຍຂຶ້ນ ເເຕ່ສື່ສານກັບຄອບຄົວ ເເລະ ຄົນອ້ອມຂ້າງນ້ອຍລົງ ຈົນນຳໄປສູ່ບັນຫາທາງຈິດໃຈທີ່ຮຸນເເຮງຂຶ້ນເລື້ອຍໆ.
ການໃຊ້ສື່ສັງຄົມອອນຄົມອອນລາຍຢ່າງໜັກ ເຮັດໃຫ້ຄວາມສຳພັນທີ່ເເທ້ຈິງໃນຄອບຄົວ ເເລະ ສັງຄົມຫຼຸດລົງ ອີງຕາມຕາມງານວິໄຈຂອງ J. Holt-Lunstad ເເລະ ວາລະສານ PLOS Medicine ພົບວ່າ ການຂາດການປະຕິສຳພັນທາງສັງຄົມມີຜົນກະທົບຕໍ່ສຸຂະພາບບໍ່ຕ່າງຈາກການສູບຢາສູບ ຫຼື ດື່ມເຫຼົ້າເປັນປະຈຳ. ຍິ່ງໄປກວ່ານັ້ນ, ພາວະການເຊື່ອມໂຍງ (Lack of Social Connection) ຍັງເພີ່ມຄວາມສ່ຽງຕໍ່ພາວະຊຶມເສົ້າ, ຄວາມວິຕົກກັງວົນ ເເລະ ພາວະສະໝອງເຊື່ອມໄດ້.
ເຖິງເເມ່ນວ່າປັດຈຸບັນນີ້ຈະມີສິ່ງທີ່ທັນສະໄໝ ມາໃຫ້ທຸກຄົນໄດ້ເພິ່ງພານຳໃຊ້ເເລ້ວກໍຕາມ, ເເຕວ່າສິ່ງດັ່ງກ່າວນັ້ນກໍບໍ່ສາມາດທົດເເທນຄວາມສຳພັນທີ່ເເທ້ຈິງໄດ້ ເຊັ່ນ: ການເວົ້າຈາໂອ້ລົມກັນກັບໝູ່ຄູ່, ການໄດ້ຮັບຄວາມເອົາໃຈໃສ່ເບິ່ງເເຍງຈາກຄົນຢູ່ໃນຄອບຄົວ ເເລະ ຮອບຂ້າງ ກໍຍັງເປັນສິ່ງທີ່ຈຳເປັນຕໍ່ການດຳລົງຊີວິດຂອງຄົນເຮົາ.
ສຸຂະພາວະທາງປັນຍາ ເປັນກະເເຈສຳຄັນໃນການສ້າງຄວາມສົມດຸນທາງຈິດໃຈໄດ້ ເພາະວ່າໃນໂລກທີ່ຜູ້ຄົນພາກັນຫັນໄປເພິ່ງພາອາໃສເຕັກໂນໂລຊີ ເພື່ອເຕີມເຕັມຊ່ອງວ່າງຂອງຄວາມສຳພັນ ເຮັດໃຫ້ການກັບມາໃຫ້ຄວາມສຳຄັນກັບຄວາມສຳພັນໃນຊີວິດຈິງເຮົາ ເຊັ່ນ: ການສົນທະນາກັບຄອບຄົວ ເເລະ ການສ້າງເຄື່ອຂ່າຍທາງສັງຄົມທີ່ມີຄຸນຄ່າ ເເມ່ນເປັນວິທີດຽວທີ່ຈະຊ່ວຍໃຫ້ມະນຸດເຮົາຫຼຸດພົ້ນອອກຈາກວົງຈອນຂອງຄວາມໂດດດ່ຽວຫງຽບເຫງົາໄດ້.
ທີ່ມາ: PMAC