ສຳລັບໃຜທີ່ໄດ້ໄປເລາະບຸນນະມັດສະການ ພະທາດຫຼວງຢ່າລື່ມ!!! ໄປແວ່ທີ່ບູສ ອົງການທ່ອງທ່ຽວມາເລເຊຍໄດ້ເດີ້ ມີຂອງແຈກ ຂອງແຖມ ຫຼາຍຢ່າງ ພ້ອມທັງຫຼິ້ນເກມ ແຈກຂອງທີ່ລະນຶກຢ່າງຫຼວງຫຼາຍຈາກອົງການທ່ອງທ່ຽວມາເລເຊຍ ແລະ ບໍລິສັດທົວຕ່າງໆ.
ພິເສດສຸດໆ ມີລາຄາສຸດພິເສດ ແພັກເກດ ເດີນທາງ ໄປທ່ອງທ່ຽວ ປະເທດມາເລເຊຍ ສຳລັບລູກຄ້າທີ່ຈອງທົວພາຍໃນງານ ພ້ອມຮັບແຈກຂອງແຖມອີກຫຼາກຫຼາຍຈາກບໍລິສັດທົວ. ຈອງທົວໄດ້ທີ່ເບີ 020-22217369
ການເຂົ້າຮ່ວມບຸນທາດຫຼວງຄັ້ງນີ້ບໍ່ແມ່ນຄັ້ງທຳອິດຂອງອົງການທ່ອງທ່ຽວມາເລເຊຍ ເພາະທາງອົງການທ່ອງທ່ຽວມາເລເຊຍ ແມ່ນເຂົ້າຮ່ວມເກືອບທຸກປີເນື່ອງຈາກເຫັນໄດ້ວ່າບຸນທາດຫຼວງເປັນງານເທດສະການທີ່ໃຫຍ່ທີ່ສຸດລາວ ແລະຜູ້ຄົນທົ່ວສາລະທິດມາຮ່ວມ ເຊິ່ງມັນເປັນໂອກາດທີ່ດີ ໃນການທີ່ເຮົາຈະມາເຜີຍແຜ່ໂຄສະນາປະຊາສຳພັນໃຫ້ຄົນລາວ ໄດ້ຮູ້ຈັກປະເທດມາເລເຊຍໃຫ້ຫຼາຍຂຶ້ນ.
ພາຍໃນງານນະມັດສະການບຸນທາດຫຼວງ ທາງບູສທ່ອງທ່ຽວມາເລເຊຍ ແມ່ນຈະໄດ້ແຈກແຜ່ນພັບການທ່ອງທ່ຽວຂອງປະເທດມາເລເຊຍ, ມີການຫຼິ້ນເກມແຈກຂອງທີ່ລະນຶກຢ່າງຫຼວງຫຼາຍຈາກອົງການທ່ອງທ່ຽວມາເລເຊຍແລະບໍລິສັດທົວຕ່າງໆກໍ່ຍັງໄດ້ເຂົ້າຮ່ວມໂຄສະນາຂາຍທົວໄປມາເລເຊຍດ້ວຍລາຄາພິເສດສຳລັບລູກຄ້າທີ່ຈອງທົວພາຍໃນງານພ້ອມດ້ວຍຂອງແຈກຂອງແຖມອີກຫຼາກຫຼາຍຈາກບໍລິສັດທົວ. ພິເສດແຕ່ລະບໍລິສັດແມ່ນຈະມີກິດຈະກຳຫຼິ້ນຢູ່ເທິງເວທີເພື່ອແຈກຂອງທີ່ລະນຶກໃຫ້ກັບທຸກໆຄົນທີ່ມາຮ່ວມ.

#vm2020
#visitmalaysia2020
#thatluangfestival