ຈາກໜູ່ບ້ານ ທີ່ຢູ່ຫ່າງໄກສອກຫຼີກ ຈົນເຖິງ ນະຄອນຫຼວງວຽງຈັນ, ຄູ່ຮ່ວມມື ລະຫວ່າງ ລາວ ແລະ ຝຣັ່ງ ໄດ້ເຕີບໂຕເຂັ້ມແຂງ ຕະຫຼອດ 4 ປີ ທີ່ຜ່ານມາ, ບໍ່ພຽງແຕ່ໃນຄຳເວົ້າ, ແຕ່ຜ່ານການກະທຳຕົວຈິງ ທີ່ຕິດພັນ ກັບຊີວິດຂອງປະຊາຊົນ.
ດ້ວຍການສະໜັບສະໜູນຈາກສະຖານທູດຝຣັ່ງ ແລະ ຄູ່ຮ່ວມງານ, ການຮ່ວມມືທີ່ມີຊີວິດຊີວານີ້ ກຳລັງຫັນປ່ຽນຂະແໜງການຕ່າງໆໃນລາວ ໄປໃນທາງທີ່ດີ ເຊັ່ນ: ກະສິກຳ, ສາທາລະນະສຸກ, ການສຶກສາ, ແລະ ຄວາມສະເໝີພາບຍິງຊາຍ. ສິ່ງນີ້ ແມ່ນເປັນຫຼາຍກວ່າການທູດ, ແຕ່ມັນແມ່ນການລົງມືເຮັດວຽກ ຢ່າງເປັນທີມ. ຈາກການຕໍ່ສູ້ກັບພະຍາດໄຂ້ຍຸງ ຈົນເຖິງການລົງທຶນໃນໄວໜຸ່ມ, ປະເທດຝຣັ່ງ ໄດ້ຢືນຄຽງຂ້າງ ສປປ ລາວ ເພື່ອສ້າງອະນາຄົດທີ່ເຂັ້ມແຂງ, ເປັນມິດກັບສິ່ງແວດລ້ອມ, ແລະ ອະນາຄົດທີ່ທຸກຄົນມີສ່ວນຮ່ວມ ຫຼາຍຂຶ້ນ.
ສະຖານທູດຝຣັ່ງ ຮ່ວມປະຕິບັດການ ເພື່ອໂລກ, ສ້າງຄວາມອາດສາມາດ ໃຫ້ປະຊາຊົນ ດ້ວຍການລົງທຶນ €70 ລ້ານເອີໂຣ ຜ່ານອົງການ AFD, ປະເທດຝຣັ່ງ ກຳລັງສະໜັບສະໜູນພະລັງງານສະອາດ, ການເຂົ້າເຖິງແຫຼ່ງນ້ຳ, ຄວາມຫຼາກຫຼາຍທາງຊີວະພາບ, ແລະ ການເຮັດກະສິກຳແບບເປັນມິດກັບສິ່ງແວດລ້ອມ — ລວມທັງໂຄງການ Green CUP ທີ່ຊຸກຍູ້ຕ່ອງໂສ້ ມູນຄ່າ ຂອງຊາ ແລະ ກາເຟຂອງລາວ. ໂຄງການມໍລະດົກ CHAMPA (ມູນຄ່າ €11 ລ້ານ) ກຳລັງສ້າງຊີວິດໃໝ່ ມາສູ່ສະຖານທີ່ອັນມີຄຸນຄ່າເຊັ່ນ ວັດພູຈໍາປາສັກ ແລະ ພິພິທະພັນສະຫວັນນະເຂດ, ຮັກສາຈິດວິນຍານວັດທະນະທຳຂອງລາວໄວ້ ສຳລັບຄົນລຸ້ນຕໍ່ໄປ.
ນອກຈາກນີ້, ສະຖານທູດຝຣັ່ງ ປະຈໍາ ສປປ ລາວ ຍັງໄດ້ລົງທຶນໃນໄວໜຸ່ມ, ການສຶກສາ, ແລະ ຄວາມສະເໝີພາບ, ໂດຍມີນັກຮຽນຫຼາຍກວ່າ 3,000 ຄົນໄດ້ຮັບຜົນປະໂຫຍດຈາກໂຄງການການສຶກສາສອງພາສາ ລາວ-ຝຣັ່ງ ທົ່ວ 13 ໂຮງຮຽນ ໂດຍໄດ້ຮັບການສະໜັບສະໜູນ €5 ລ້ານເອີໂຣ ມາຕັ້ງແຕ່ປີ 1995. ສະເພາະປີ 2024, ຫຼາຍກວ່າ 100 ທຶນການສຶກສາ ແລະ ມີການຝຶກອົບຮົມ ໃຫ້ແກ່ໄວໜຸ່ມລາວ. ໃນເວລາດຽວກັນ, ປະເທດຝຣັ່ງ ຍັງສືບຕໍ່ສະໜັບສະໜູນສິດຂອງແມ່ຍິງ, ໂດຍສະໜັບສະໜູນໂຄງການທີ່ນຳພາໂດຍ ອົງການຈັດຕັ້ງທາງສັງຄົມ CSO ຈຳນວນ 82 ໂຄງການ, ໂດຍທຶນໃໝ່ໃນປີນີ້ ໄດ້ເຖິງ $500,000 ໃນ 8 ແຂວງ.
ເມື່ອເວົ້າເຖິງ ວັດທະນະທຳຮ່ວມ, ສະຖານທູດຝຣັ່ງ ປະຈໍາລາວ ຍັງໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນງານຕ່າງໆ ບໍ່ວ່າຈະຜ່ານງານເທສະການດົນຕີ Fête de la Musique, ການແລກປ່ຽນໄວໜຸ່ມ, ຫຼື ກອງປະຊຸມເສດຖະກິດ, ມິດຕະພາບລາວ ຝຣັ່ງ ແມ່ນເປັນມິດຕະພາບ ທີ່ມີຊີວິດຊີວາ ແລະ ພັດທະນາໄປໜ້າ.
ຫ້ອງການການຄ້າ ຝຣັ່ງ ປະຈໍາ ສປປ ລາວ ໄດ້ຟື້ນຄືນມາໃໝ່ ແລະ ກອງປະຊຸມສຸດຍອດແບບສອງຝ່າຍ ໄດ້ສະແດງໃຫ້ເຫັນວ່າ ທັງສອງປະເທດ ກຳລັງສ້າງ ບໍ່ພຽງແຕ່ຄູ່ຮ່ວມມື, ແຕ່ ແມ່ນຄວາມໄວ້ວາງໃຈທີ່ຍືນຍົງ. ເມື່ອເບິ່ງໄປສູ່ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ການຮ່ວມມືນີ້ ຍັງຄົງເປັນແບບຢ່າງທີ່ມີພະລັງ ສຳລັບການຮ່ວມມືສາກົນ.

