ຕາມການລາຍງານຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໜອງບົກ ແຂວງຄໍາມ່ວນໃນວັນທີ 30 ກໍລະກົດນີ້ ໃຫ້ຮູ້ວ່າ: ທົ່ວເມືອງໜອງບົກມີເນື້ອທີ່ນາລວມ 17,477 ເຮັກຕາ,ເນື້ອທີ່ແຜນການນາປີ 16,321 ເຮັກຕາ, ເນື້ອທີ່ປັກດໍາຕົວຈິງລວມທັງໝົດ 15,995 ເຮັກຕາ ເທົ່າກັບ 98% ຂອງເນື້ອທີ່ແຜນການ.ເນື້ອທີ່ປູກພືດແຜນການ 730 ເຮັກຕາ, ຮອດປັດຈຸບັນປະຕິບັດໄດ້ 620.5 ເຮັກຕາ.
ອີງໃສ່ສະພາບປັດຈຸບັນລະດັບນໍ້າເຊບັ້ງໄຟຢູ່ຈຸດບ້ານສອກເບາະ ເມືອງໜອງບົກ ຊຶ່ງໃນວັນທີ 30 ກໍລະກົດ 2025 ແມ່ນວັດແທກໄດ້ 14.29 ແມັດ ທຽບໃສ່ວັນທີ 29ກໍລະກົດ 2025 ເພີ້ມຂຶ້ນ 0.34 ແມັດ (ເຂດເຕືອນໄພແມ່ນ 13.50 ແມັດ) ປະຕູປິດ-ເປີດມີ 3 ຈຸດທີ່ບໍ່ສາມາດປິດແຈບໄດ້ເຊັ່ນ: ຈຸດທີ 1 ປະຕູປິດ-ເປີດຫ້ວຍໂລ້ບ້ານຊຽງດີ-ບ້ານດົງສະຫງໍາ (ປິດບໍ່ແຈບ 1 ປ່ອງ), ຈຸດທີ 2 ປະຕູປິດ-ເປີດນໍ້າຫ້ວຍຫວາຍ ບ້ານດົງກະສີນ (ປິດບໍ່ແຈບ 1 ປ່ອງ), ຈຸດທີ 3 ປະຕູປິດ-ເປີດນໍ້າຫ້ວຍແສະ (ປິດບໍ່ແຈບ 1 ປ່ອງ). ພ້ອມກັນນັ້ນຍັງໄດ້ຕິດຕາມສະພາບນໍ້າຖ້ວມເນື້ອທີ່ນາ ແລະ ສວນຂອງປະຊາຊົນໃນຈໍານວນ 16 ບ້ານຄື: ບ້ານນໍ້າພຸ, ດົງກະສີນ,ໂນນຈິກ,ໜອງບົກ,ໂພນ,ປົ້ງກິ່ວ,ດອນປາແດກ,ດອນຂຽວເໜືອ,ດອນຂຽວໃຕ້,ດ່ານປາກເຊ,ໜອງຫຼົ່ມ,ຈຸດຈັບ,ບຶງສານທ່າ,ດົງຂວາງ ແລະ ບ້ານໂພນສາວເອ້.ມີຄອບຄົວຖືກຜົນກະທົບທັງໝົດ 722 ຄອບຄົວ, ເນື້ອທີ່ທໍາການຜະລິດຖືກນໍ້າຖ້ວມ 572 ເຮັກຕາ.ໃນນັ້ນເນື້ອທີ່ນາ 446 ເຮັກຕາ (ກວມເອົາ 11 ບ້ານ) ແລະ ເນື້ອທີ່ສວນ 126 ເຮັກຕາ (ກວມເອົາ 5 ບ້ານ,ໃນນັ້ນດອນປາແດກມີ 4 ບ້ານ).
ຕໍ່ກັບສະພາບການດັ່ງກ່າວທາງຫ້ອງການກະສິກໍາເມືອງໄດ້ເປີດກອງປະຊຸມຜ່ານຂໍ້ຕົກລົງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສະບັບເລກທີ 346 / ຫກປມ, ລົງວັນທີ 11 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ກອງເລຂາພ້ອມດ້ວຍພະນັກງານ ເຝົ້າລະວັງ ແລະ ຕິດຕາມເກັບກໍາຂໍ້ມູນໄພພິບັດ ຢູ່ແຕ່ລະກຸ່ມບ້ານເພື່ອເກັບກໍາສະພາບລາຍງານປະຈໍາວັນ ພ້ອມທັງກວດກາເບິ່ງຈຸດຫຼໍ່ແຫຼມ ໂດຍສະເພາະຈຸດທີ່ຈະມີນໍ້າໄຫຼເຂົ້າເພື່ອຫາວິທີປ້ອງກັນ, ປະຊາສໍາພັນໃຫ້ປະຊາຊົນມີສະຕິລະວັງຕົວເພື່ອຮັບມືກັບໄພນໍ້າຖ້ວມ.ສໍາລັບແຜນການຈັດຕັ້ງປະຕິບັດໃນຕໍ່ໜ້ານີ້, ແມ່ນຕິດຕາມການແຈ້ງເຕື່ອນຂອງກົມອຸຕຸນິຍົມ ເພື່ອແຈ້ງໃຫ້ພໍ່ແມ່ປະຊາຊົນມີສະຕິໃນໄລຍະຝົນຕົກໜັກ, ສ້າງແບບຟອມເພື່ອເກັບກໍາຜົນກະທົບຈາກໄພນໍ້າຖ້ວມ.
ທີ່ມາ: ປະຊາຊົນ

