ກວດພົບສານປົນເປື້ອນ ໃນຜະລິດຕະພັນອາຫານແຊ່ແຂງຢູ່ພາຍໃນເທສະບານເມືອງວິລະບູລີ

ກວດພົບສານປົນເປື້ອນ ໃນຜະລິດຕະພັນອາຫານແຊ່ແຂງຢູ່ພາຍໃນເທສະບານເມືອງວິລະບູລີ ວັນທີ 25 ກໍລະກົດ 2025 ນີ້ ທີມງານກວດກາອາຫານ ແລະ ຢາຂັ້ນເມືອງວິລະລູລີ ແຂວງສະຫວັນນະເຂດ ໄດ້ລົງກວດກາຕົວຈີງ ຜະລິດຕະພັນອາຫານແຊ່ແຂງຢູ່ພາຍໃນເທສະບານເມືອງວິລະບູລີ ຈໍານວນ 6 ຮ້ານ. ເພື່ອສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບທຸກຮູບແບບ, ການຂາຍ ແລະ ສະໜອງອາຫານໃຫ້ແກ່ສັງຄົມທີ່ບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ເຈືອປົນ, ປົນເປື້ອນສານເຄມີ ຫລື ໝົດອາຍຸການບໍລິໂພກ.

ຜະລິດຕະພັນອາຫານແຊ່ແຂງທີ່ກວດກາມີ 7ຕົວຢ່າງຄື: ປາມຶກກ້ວຍ, ກຸ້ງ, ປາທຸ, ປາມຶກຫອມ, ຍໍ່ຂາວ (ສະໄບນາງ), ລູກຊີ້ນ ແລະ ຮັອດດັອກ

ຜົນການກວດກາຢືນຢັນວ່າ ມີການພົບສານຟໍມາລິນ (formalin) ໃນຜະລິດຕະພັນອາຫານແຊ່ແຂງຈຳນວນ 02 ລາຍການຄື: ປາມຶກກ້ວຍ ແລະ ຍໍ່ຂາວ(ສະໄບນາງ). ທາງທີມງານກວດກາອາຫານ ແລະ ຢາຂັ້ນເມືອງ ໄດ້ດຳເນີນການຢຶດອາຫານແຊ່ແຂງທີ່ພົບສານດັ່ງກ່າວທັງໝົດ ເພື່ອເອົາໄປທຳລາຍ, ເຮັດບົດບັນທຶກ ແລະ ກ່າວເຕືອນເຈົ້າຂອງຮ້ານທີ່ນຳເອົາມາຂາຍ.

ທີ່ມາ: MEDIALAOS

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles