21 C
Vientiane
Sunday, February 8, 2026

ສປປລາວ ເຝົ້າລະວັງ! ທົ່ວໂລກສ່ຽງຕິດເຊື້ອ “ສິຄຸນກຸນຢາ”

WHO ກັງວົນການລະບາດຂອງພະຍາດຊິຄຸນກຸນຢາ ຮອບໃໝ່, ປັດຈຸບັນ ຄາດວ່າມີ 5,9 ຕື້ຄົນ ໃນ 119 ປະເທດ ທົ່ວໂລກ ມີຄວາມສ່ຽງຕິດເຊື້ອພະຍາດດັ່ງກ່າວ, ໃນຂະນະທີ່ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ແຕ່ກໍ່ໃຫ້ ເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ !!!

ອົງການອະນາໄມໂລກ ຫຼື WHO ຮຽກຮ້ອງໃຫ້ດຳເນີນມາດຕະການທີ່ຮີບດ່ວນ ໃນວັນທີ 22 ກໍລະກົດ 2025 ທີ່ຜ່ານມາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ຊິຄຸນກຸນຢາ (Chikungunya virus) ທີ່ກັບມາລະບາດຮອບໃໝ່ໃນທົ່ວໂລກ. ຈາກການລາຍງານການແຜ່ລະບາດຮອບໃໝ່ ຂອງພະຍາດຊິຄຸນກຸນຢາ ຢູ່ບັນດາປະເທດອາຟຣິກາ ຢູ່ມະຫາສະໝຸດອິນເດຍ ແລະ ບາງສ່ວນ ຂອງ ອາຊີ ຕາເວັນອອກສຽງໃຕ້, ແລະ ພວມແຜ່ລາມອອກສູ່ວົງກວ້າງ ໂດຍມີຍຸງລາຍເປັນພາຫະນຳເຊື້ອ ແຜ່ລາມໄປສູ່ຄົນ.

ພະຍາດ ຊິຄຸນກຸນຢາ ຜ່ານມາເຄີຍລະບາດໃນປີ 2004-2005 ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນເກືອບເຄິ່ງລ້ານຄົນ ສ່ວນໃຫຍ່ແມ່ນຢູ່ບັນດາເຂດເກາະນ້ອຍ ກ່ອນທີ່ຈະແຜ່ລາມອອກສູ່ທົ່ວໂລກ ແລະ ການແຜ່ລະບາດຮອບໃໝ່ໃນປີ 2025 ນີ້ ໄດ້ເລີ່ມມາແຕ່ຕົ້ນປີ ມີການແຜ່ລະບາດຄັ້ງໃຫຍ່ຢູ່ປະເທດອາຟຣິກາ, ມະຫາສະໝຸດອິນເດຍ. ຫຼັງຈາກນັ້ນ ໄດ້ແຜ່ລາມອອກສູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ ລວມທັງອິນເດຍ ແລະ ບັນດາປະເທດເອີຣົບ ກໍ່ມີກໍລະນີຕິດເຊື້ອພະຍາດນີ້ເຊັ່ນກັນ.

WHO ລາຍງານວ່າ ສິ່ງທີ່ເປັນກັງວົນເປັນພິເສດຄື ຈຳນວນຄົນເຈັບທີ່ຕິດເຊື້ອເພີ່ມຂຶ້ນ ແລະ ການແຜ່ລະບາດໃນທ້ອງຖິ່ນພາຍໃນເອີຣົບເມື່ອບໍ່ດົນມານີ້ ພົບຜູ້ຕິດເຊື້ອພະຍາດຄຸນກຸນຢາ ປະມານ 800 ກໍລະນີ ໃນປະເທດຝຣັ່ງ ຕັ້ງແຕ່ວັນທີ 1 ພຶດສະພາ 2025. ພ້ອມທັງມີການກວດພົບການແຜ່ເຊື້ອໃນທ້ອງຖິ່ນ 12 ຄັ້ງ ໃນຫຼາຍພື້ນທີ່ພາກໃຕ້ຂອງຝຣັ່ງ ເປັນບຸກຄົນຕິດເຊື້ອຈາກຍຸງທ້ອງຖິ່ນໂດຍບໍ່ໄດ້ເດີນທາງໄປເຂດລະບາດ. ນອກຈາກນີ້, ຍັງກວດພົບການລະບາດໃນປະເທດອີຕາລີ.

ທ່ານ ສຈ ດຣ ມາຍຟອງ ມາຍຊາຍ, ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ໃຫ້ ສໍາພາດ ຕໍ່ທີມງານ Lao Youth Radio ວ່າ: ສປປ ລາວ ພົບການລະບາດຂອງພະຍາດຊິຄຸນກຸນຢາ ຄັ້ງທຳອິດປີ 2012 ໂດຍມີກໍລະນີສົງໄສ ຕິດເຊື້ອ 195 ຄົນ ທີ່ເມືອງມຸນລະປາໂມກ ແລະ ເມືອງໂຂງ ແຂວງຈຳປາສັກ. ສະເພາະ ປີ 2025, ສປປ ລາວ ຍັງບໍ່ພົບກໍລະນີຄົນເຈັບຕິດເຊື້ອພະຍາດຊິຄຸນກຸນຢາ ແຕ່ ກໍ່ໃຫ້ລະມັດລະວັງ ແລະ ຕິດຕາມ ການແຜ່ລະບາດ ຂອງເຊື້ອດັ່ງກ່າວ.

ນັບແຕ່ປີ 2014-2020 ພົບການລະບາດຂອງພະຍາດຊິຄຸນກຸນຢາຫຼາຍເທື່ອ ມີທັງສາຍພັນອາຊີ ແລະ ສາຍພັນ ECSA-IOL ເຊິ່ງແຜລະບາດນ້ອຍ, ເປັນບາງໄລຍະ ສ່ວນໃຫຍ່ຈະເກີດຢູ່ແຂວງພາກໃຕ້ ແລະ ຜູ້ຕິດເຊື້ອນຳເຂົ້າຈາກຕ່າງປະເທດ. ຫຼ້າສຸດປີ 2024 ກໍພົບຜູ້ຕິດເຊື້ອພະຍາດຊິຄຸນກຸນຢາ ພຽງ 1 ກໍລະນີ ຈາກແຂວງວຽງຈັນ.

ທັງນີ້, ອາການຂອງພະຍາດຊິຄຸນກຸນຢາ ຄົນເຈັບຈະໄຂ້ສູງ 3-7 ວັນ ພ້ອມທັງເຈັບຂໍ້ຮຸນແຮງ, ອາດມີຜືນແດງຕາມຕົນຕົວ, ເຈັບຫົວ, ເຈັບກ້າມຊີ້ນ, ໄອ, ອ່ອນເພ່ຍ, ຕາແດງ, ຖອກທ້ອງ. ປັດຈຸບັນ ຍັງບໍ່ມີວິທີປິນປົ່ວແບບສະເພາະ ສາມາດລະບາດຢ່າງວ່ອງໄວ ແລະ ຮຸນແຮງ ເນື່ອງຈາກຍຸງລາຍຈະກັດໃນເວລາກາງເວັນ. ສະນັ້ນ, ການປ້ອງກັນຕົນເອງບໍ່ໃຫ້ຍຸງກັດ ຈຶ່ງເປັນສິ່ງສຳຄັນ ໂດຍໃຊ້ຢາກັນຍຸງ, ນຸ່ງໂສ້ງເສື້ອແຂນຍາວ, ຈັດການທີ່ຢູ່ອາໄສໃຫ້ປອດໄພຈາກຍຸງ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles