ກອງປະຊຸມຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2025 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍ ພະນະທ່ານ ທອງສະຫວັນພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ພະນະທ່ານ ລາມເຈຍ, ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ, ປະທານຄະນະກໍາມະການຊາຍແດນຮ່ວມ ກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ຮ່ວມກັນຮັບຮອງເອົາບົດບັນທຶກຂອງກອງປະຊຸມ ຄັ້ງທີ 11 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ, ສະບັບລົງວັນທີ 28 ເມສາ 2025 ທີ່ແຂວງຫຼວງພະບາງ, ສປປ ລາວ ແລະ ບົດບັນທຶກຂອງກອງປະຊຸມ ລະຫວ່າງ ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ, ຄັ້ງວັນທີ 25 ກໍລະກົດ 2025 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກຳປູເຈຍ ກ່ຽວກັບການຮັບຮອງຜົນການປະຕິບັດວຽກງານຂອງຄະນະວິຊາການເຕັກນິກຂອງທັງສອງຝ່າຍ ຢູ່ພາກສະໜາມໃນການກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ເພື່ອປັກຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກໝາຍຊາຍແດນແບບເກົ່າແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມໃສ່ຕາມເສັ້ນຊາຍແດນຕະຫລອດເສັ້ນຊາຍແດນລາວ-ກຳປູເຈຍ ນັບແຕ່ເດືອນມິຖຸນາ 2024 ຫາ ເດືອນກໍລະກົດ 2025 ສອງຝ່າຍສາມາດກໍານົດຈຸດທີ່ຕັ້ງຫຼັກຫມາຍຢູ່ພື້ນທີ່ຕົວຈິງໄດ້ທັງຫມົດ ຈໍານວນ 75 ຈຸດ (ຫຼັກຫມາຍ) ແລະສໍາເລັດການກໍ່ສ້າງຫຼັກຫມາຍຊາຍແດນໃຫມ່ປ່ຽນແທນຫຼັກໝາຍເກົ່າ ແລະ ປັກຫຼັກຫມາຍຊາຍແດນເພີ່ມເຕີມ (ຫຼັກຫມາຍຖີ່) ທີ່ແໜ້ນໜາຖາວອນ ຈໍານວນ 134 ຫຼັກຫມາຍ.
ໂດຍລວມແລ້ວນັບແຕ່ຈັດຕັ້ງປະຕິບັດວຽກງານການປັກຫຼັກຫມາຍຊາຍແດນແບບໃຫມ່ປ່ຽນແທນຫຼັກຫມາຍແບບເກົ່າ ແລະ ປັກຫຼັກຫມາຍຊາຍແດນເພີ່ມເຕີມແຕ່ເດືອນພຶດສະພາ 2023 ເປັນຕົ້ນມາ, ສອງຝ່າຍສາມາດກຳນົດຈຸດທີ່ຕັ້ງຫຼັກຫມາຍຊາຍແດນຢູ່ພື້ນທີ່ຕົວຈິງໄດ້ທັງຫມົດ ຈໍານວນ 241 ຈຸດ (ຫຼັກຫມາຍ) ກວມເອົາ 47, 25% ແລະ ກໍ່ສ້າງໄດ້ຫຼັກຫມາຍຊາຍແດນສໍາເລັດແລ້ວ ຈໍານວນ 207 ຫຼັກຫມາຍ ກວມເອົາ 40,58% ໃນຈໍານວນຫຼັກໝາຍຊາຍແດນ ທັງຫມົດ 510 ຫຼັກຫມາຍ ທີ່ຈະປັກຕະຫລອດເສັ້ນຊາຍແດນ ລາວ-ກຳປູເຈຍ.
ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງຮ່ວມກັນໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບກິດຈະກຳສະເຫຼີມສະຫຼອງຄົບຮອບ 30 ປີ ວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມ ລາວ-ກຳປູເຈຍ. ພ້ອມດຽວກັນນີ້, ຍັງໄດ້ເປັນເອກະພາບກັນວາງທິດທາງແຜນການເຮັດວຽກຮ່ວມກັນໃນຕໍ່ໜ້າ ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ລົງປະຕິບັດວຽກງານຢູ່ພື້ນທີ່ຕົວຈິງຮ່ວມກັນ ເພື່ອບູລະນະຫຼັກຫມາຍຊາຍແດນ ແລະ ກໍ່ສ້າງຫຼັກຫມາຍຊາຍແດນເພີ່ມເຕີມໃຫ້ສຳເລັດຕາມແຜນການ.
ຄວາມຄືບໜ້າທີ່ສອງຝ່າຍສາມາດຍາດມາໄດ້ໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສໍາຄັນຂອງວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດພາຍໃຕ້ບັນຍາກາດແຫ່ງການພົວພັນຮ່ວມມືອັນດີ ແລະ ນັບມື້ນັບແໜ້ນແຟ້ນລະຫວ່າງລັດຖະບານກໍຄືປະຊາຊົນສອງປະເທດ, ບັນຫາຊາຍແດນໄດ້ຮັບການແກ້ໄຂເທື່ອລະກ້າວ ແລະ ມີຄວາມຈະແຈ້ງ, ສ້າງຄວາມສະດວກໃຫ້ແກ່ການຄຸ້ມຄອງໄປພ້ອມໆກັບການຮັບປະກັນໃຫ້ປະຊາຊົນສອງປະເທດດໍາລົງຊີວິດຢ່າງສະຫງົບ ແລະ ໄປມາຫາສູ່ໄດ້ຢ່າງສະດວກ, ຕອບສະໜອງໃຫ້ແກ່ການສ້າງຊາຍແດນລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຕາມຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ.
ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈຖານບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອການພົວພັນອັນດີງາມມາແຕ່ບູຮານນະການ ແລະ ໄດ້ອັດລົງດ້ວຍຜົນສຳເລັດທີ່ຈົບງາມ.

