ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນ ຍັງຈະສືບຕໍ່ພາດຜ່ານ ພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫລາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ສຳລັບ ສະພາບລະດັບນ້ຳ ແມ່ນ້ຳຂອງ: ສະຖານີທ່າເຮືອຫລັກ 4 (ນະຄອນຫລວງວຽງຈັນ) ລະດັບນ້ຳທີ່ແທກໄດ້ໃນມື້ເຊົ້າ ວັນສຸກ ທີ່ 25/07/2025 ທີ່ທ່າເຮືອຫຼັກ 4 ນະຄອນຫຼວງວຽງຈັນ ເວລາ 06:00 ແທກໄດ້ 12.51 ແມັດ, ລະດັບນໍ້າຖ້ວມແມ່ນ 12.5 ແມັດ, ໂດຍລະດັບນ້ຳຈະມີທ່າອ່ຽງສູງຂຶ້ນ ໃນໄລຍະວັນທີ 25 ຫາ 26 ກໍລະກົດ 2025 ນີ້.
ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70%. ອຸນຫະພູມໃນລະຫວ່າງ 25 – 30 ອົງສາ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນ້ຳ ແລະ ເຂດພື້ນທີ່ຕ່ຳຕາມແມ່ນ້ຳຂອງ ສະຖານີທ່າເຮືອຫລັກ4 (ນະຄອນຫລວງວຽງຈັນ) ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕໍ່ເນື່ອງຫລາຍວັນ ທີ່ອາດຈະເຮັດໃຫ້ເກີດນ້ຳຖ້ວມຍື່ງ, ນ້ຳຖ້ວມຂັງ ໃນໄລຍະນີ້, ດັ່ງນັ້ນ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

