21 C
Vientiane
Sunday, February 8, 2026

ອຸດົມໄຊ ໄດ້ຄົ້ນຄວ້າຄາດຄະແນນສ້າງຕັ້ງ 40 ຕາແສງ ພາຍໃນ 7 ເມືອງ 466 ບ້ານ

ວັນທີ 19 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ ພົບປະໂອ້ລົມ ຄະນະບໍລິຫານງານພັກ ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ແລະ ໄດ້ພົບປະເຮັດວຽກຮ່ວມກັບການນໍາຂອງແຂວງ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ໄດ້ລາຍງານວ່າ: ການກະກຽມສ້າງຕັ້ງຕາແສງ ອົງການປົກ ຄອງແຂວງອຸດົມໄຊ ໄດ້ຄົ້ນຄວ້າຄາດຄະເນສ້າງຕັ້ງກົງຈັກການຈັດຕັ້ງຂັ້ນຕາແສງ ມີ 40 ຕາແສງ ( ປັດຈຸບັນທົ່ວແຂວງ ມີ 7 ເມືອງ, 466 ບ້ານ) ໃນນີ້, ຄາດຄະເນຈະສ້າງຕັ້ງຕາແສງຢູ່ບັນດາເມືອງ ຄື: ເມືອງໄຊ: ມີ 97 ບ້ານ, ກໍານົດເປັນ 8 ຕາແສງ; ເມືອງຫຼາ: ມີ 45 ບ້ານ, ກໍານົດເປັນ 5 ຕາແສງ; ເມືອງນາໝໍ້: ມີ 63 ບ້ານ, ກໍານົດເປັນ 5 ຕາແສງ; ເມືອງງາ: ມີ 60 ບ້ານ, ກໍານົດເປັນ 5 ຕາແສງ; ເມືອງແບງ: ມີ 56 ບ້ານ, ກໍານົດເປັນ 5 ຕາແສງ; ເມືອງຮຸນ: ມີ 92 ບ້ານ, ກໍານົດເປັນ 7 ຕາແສງ; ເມືອງປາກແບງ: ມີ 53 ບ້ານ, ກໍານົດເປັນ 5 ຕາແສງ.

ທີ່ມາ: ສະຖານີວິທະຍຸ-ໂທລະພາບ ແຂວງອຸດົມໄຊ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles