ລົດໄຟລາວ-ຈີນ ແຈ້ງໂຈະຖ້ຽວລົດທັງໝົດຂອງວັນທີ 23 ກໍລະກົດ ເນື່ອງຈາກພາຍຸວິພາ ອາດສົ່ງຜົນກະທົບຕໍ່ແລວທາງລົດໄຟ

ອີງຕາມການຄາດຄະເນຂອງກົມອຸຕຸນິຍົມ, ພາຍຸໃຕ້ຝຸ່ນ “ວິພາ” ທີ່ອາດຈະເປັນພາຍຸໃຕ້ຝຸ່ນທີ່ຮ້າຍແຮງທີ່ສຸດຕໍ່ພາກພື້ນ ໃນຫຼາຍປີມໍ່ໆມານີ້ ເຊິ່ງອາດຈະສົ່ງຜົນກະທົບໂດຍກົງຕໍ່ແລວທາງລົດໄຟລາວ-ຈີນ ເຮັດໃຫ້ມີຝົນຕົກໜັກຫຼາຍ ແລະລົມພັດແຮງຕາມແລວທາງລົດໄຟຕະຫຼອດສາຍ; ຍິ່ງໄປກວ່ານັ້ນ ຍັງມີຄວາມສ່ຽງສູງຕໍ່ການເກີດໄພພິບັດດ້ານທໍລະນີສາດ ເປັນຕົ້ນແມ່ນ: ດິນເຈື່ອນ, ຂີ້ຕົມກ້ອນຫີນໄຫຼຊຸ ແລະອື່ນໆ ເຊິ່ງຈະເປັນອຸປະສັກ ແລະ ຄວາມທ້າທາຍທີ່ໜັກໜ່ວງຕໍ່ວຽກງານຄວາມປອດໄພໃນການແລ່ນລົດໄຟ.

ເພື່ອຮັບປະກັນຊີວິດ ແລະ ຊັບສິນຂອງຜູ້ໂດຍສານໃຫ້ມີຄວາມປອດໄພ ແລະ ປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນຍ້ອນສະພາບອາກາດຮ້າຍແຮງດັ່ງກ່າວ, ພາຍຫຼັງຜ່ານການຄົ້ນຄວ້າວິເຄາະຮອບດ້ານ ຕາມຫຼັກວິທະຍາສາດ, ທາງລົດໄຟລາວ-ຈີນຈະໄດ້ຢຸດແລ່ນລົດໄຟໂດຍສານທັງໝົດຂອງວັນທີ 23 ກໍລະກົດ 2025 ເປັນການຊົ່ວຄາວ.

ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ ຫຼື ປ່ຽນປີ້ໄດ້ ຜ່ານແອັບຂາຍປີ້ອອນລາຍ LCR Ticket ຫຼື ຫ້ອງຂາຍປີ້ໃນແຕ່ລະສະຖານີ ໂດຍບໍ່ເສຍຄ່າທຳນຽມໃດໆທັງໝົດ. ສຳລັບທ່ານໃດທີ່ບໍ່ສາມາດເຮັດທຸລະກຳໄດ້ທັນເວລາ ແມ່ນສາມາດຍົກເລີກປີ້ເອົາເງິນຄືນໄດ້ພາຍໃນ 30 ມື້ ນັບແຕ່ມື້ເດີນທາງໃນໜ້າປີ້ເປັນຕົ້ນໄປ ແລະ ຈະໄດ້ເງິນຄືນເຕັມຈໍານວນ.

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ເອົາໃຈໃສ່ຕິດຕາມສະພາບອາກາດຮ້າຍແຮງໃນຄັ້ງນີ້ ແລະ ໄດ້ນໍາໃຊ້ກົນໄກຮັບມືສຸກເສີນກັບພະຍຸໃຕ້ຝຸ່ນດັ່ງກ່າວ ໂດຍໄດ້ຈັດພະນັກງານວິຊາສະເພາະ ເພື່ອເພີ່ມທະວີການກວດກາລາດຕະເວນ, ຄົ້ນຫາ ແລະແກ້ໄຂຈຸດສ່ຽງທີ່ແອບແຝງຕ່າງໆ ຕາມແລວທາງລົດໄຟລາວ-ຈີນ ໃຫ້ຖີ່ຂຶ້ນ; ພະຍາຍາມເອົາໃຈໃສ່ ເພື່ອປ້ອງກັນຄວາມປອດໄພຂອງອຸປະກອນ ແລະສິ່ງອຳນວຍຄວາມສະດວກທາງລົດໄຟ ພ້ອມປະເມີນສະພາບແລວທາງໃຫ້ທັນການ. ຫຼັງຈາກຜ່ານການປະເມີນແລ້ວ, ບົນພື້ນຖານທີ່ສາມາດຮັບປະກັນຄວາມປອດໄພ ແລະ ມີເງື່ອນໄຂຄົບຖ້ວນໃນການແລ່ນລົດແລ້ວ, ທາງລົດໄຟລາວ-ຈີນຈະກັບມາດຳເນີນການຢ່າງເປັນປົກກະຕິ ເຊິ່ງຂໍ້ມູນກ່ຽວຂ້ອງແມ່ນຈະແຈ້ງຜ່ານທາງແອັບຂາຍປີ້ອອນລາຍ LCR Ticket, ແຈ້ງການຂອງສະຖານີ ແລະ ໜ້າເຟສບຸກຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles