ສຳເລັດແລ້ວ 95% ໂຄງການກໍ່ສ້າງ ທາງເບຕົງ ຢູ່ບ້ານໂພນໄຊ ນະຄອນປາກເຊ
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ກວດກາເບິ່ງການກໍ່ສ້າງ,ຟັງລາຍງານສະພາບການກໍ່ສ້າງ,ຂໍ້ສະດວກ,ຂໍ້ຫຍຸ້ງຍາກ ຈາກກຸ່ມບໍລິສັດຮັບເໝົາກໍ່ສ້າງ.ແລະຄະນະຮັບຜິດຊອບໂຄງການ.ຈາກນີ້ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍກູ່ມບໍລິສັດຕັງຈະເລີນທີ່ເອົາໃຈໃສ່ການກໍ່ສ້າງນັບແຕ່ລົງມືໃນເດືອນມິຖຸນາ ປີ 2025 ມາເຖິງປະຈຸບັນໄດ້ສຳເລັດແລ້ວ 95%ຂອງໜ້າວຽກທັງໝົດ,ຈາກນີ້
ທ່ານເຈົ້າແຂວງໄດ້ເນັ້ນໜັກໃຫ້ຄະນະກໍາມະການປົກຄອງນະຄອນ ສົມທົບກັບ ຫ້ອງການ ຍທຂ ນະຄອນປາກເຊ ຈົ່ງເອົາໃຈໃສ່ສົມທົບກັບ ຄະນະພັກ – ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານພັດທະນາໂພນໄຊ ປະກອບສ່ວນໃນການອະນາໄມ ແລະປົກປັກ ຮັກສາເສັ້ນທາງ ເພື່ອເຮັດໃຫ້ເສັ້ນທາງສາມາດນໍາໃຊ້ຢ່າງຍືນຍົງ.
ປັດຈຸບັນ ການ ກໍ່ສ້າງທາງເບຕົົງ 2 ເສັ້ນ ຢູ່ບ້ານພັດທະນາໂພນໄຊ ໃກ້ສໍາເລັດ 100% ກໍຍ້ອນບໍລິສັດ ຕັງຈະເລີນຜູ້ຮັບເໝົາ ໄດ້ຂຸ້ນຂ້ຽວເອົາໃຈໃສ່ ກໍ່ສ້າງ ເພື່ອສູ້ຊົນໃຫ້ສໍາເລັດທັນກັບກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ. ສໍາລັບທໍ່ລະບາຍນໍ້າ ຈະໄດ້ກໍ່ສ້າງຕາມຫຼັງ. ສ່ວນລະບົບໄຟເຍືອງທາງ ຈະມີການຕິດຕັ້ງອີກ
ການກໍ່ສ້າງທາງເບຕົົງ 2 ເສັ້ນ ຢູ່ບ້ານພັດທະນາໂພນໄຊ ແມ່ນການປຸກລະດົມທຶນຮອນຈາກບັນດາບໍລິສັດ, ຫົວໜ່ວຍ ທຸລະກິດ ແລະ ຫ້າງຮ້ານຕ່າງໆ ແລະ ທຶນປະຊາຊົນຊ່ວຍກັນສ້າງ.
ສຳລັບ ເສັ້ນທາງທີ່ກໍ່ສ້າງມີທາງເລກທີ 24 ແລະ 46, ຮູບແບບກໍ່ສ້າງ ແມ່ນຕາມແບບມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍານົດໄວ້ ຄື: ເສັ້ນທາງເລກທີ 24, ກວ້າງ 12 ແມັດ + ທາງຄົນຍ່າງ ກວ້າງ 2 ແມັດ x 2 ເບື້ອງ ເປັນ 4 ແມັດ, ລວມ 15 ແມັດ, ຍາວ 320 ແມັດ, ໜາ 23 ຊັງຕີແມັດ, ລວມ ມູນຄ່າກໍ່ສ້າງປະມານ 10 ຕື້ກີບ .
ທີ່ມາ: ສະຖານີ ວິທະຍຸແຂວງຈຳປາສັກ

