21 C
Vientiane
Sunday, February 8, 2026

ສປປ ລາວ ຄອງທີ 5 ປະເທດທີ່ປອດໄພທີ່ສຸດໃນອາຊຽນ ແລະ 49 ຂອງໂລກ

ອີງຕາມການລາຍງານຂອງ World Population Review ໄດ້ໃຫ້ຮູ້ວ່າ: ໃນປີ 2025 ສປປ ລາວ ມີຄະແນນດັດຊະນີສັນຕິພາບ (Global Peace Index: GPI) ຢູ່ທີ່ 1.861 ເຊິ່ງຖືກຈັດຢູ່ໃນອັນດັບທີ່ 5 ຂອງບັນດາປະເທດສະມາຊິກອາຊຽນ ແລະ ອັນດັບທີ່ 49 ຈາກ 163 ປະເທດໃນທົ່ວໂລກ, ຈັດຢູ່ໃນກຸ່ມປະເທດ ທີ່ມີລະດັບຄວາມປອດໄພທີ່ດີ ໃນຂະນະທີ່ປະເທດສິງກະໂປ ແມ່ນຄອງອັນດັບທີ່ 1 ຂອງອາຊຽນ ແລະ ອັນດັບທີ່ 5 ຂອງໂລກ .

ໃນຂະນະທີ່ປະເທດ ທີ່ປອດໄພທີ່ສຸດໃນໂລກ 5 ອັນດັບທຳອິດ ໄດ້ແກ່:

1. ປະເທດ ອິດສະລັງ Iceland

2. ປະເທດ ອຽກລັງ Ireland

3. ປະເທດ ໂອຕຣິດ Austria

4. ປະເທດ ນູແວນເຊລັງ New Zealand

5. ປະເທດ ສິງກະໂປ Singapore

ການຈັດອັນດັບດັ່ງກ່າວແມ່ນອີງຕາມ 23 ຕົວຊີ້ວັດ, ແບ່ງອອກເປັນສາມໝວດໝູ່ໃຫຍ່ຄື: ຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ລະຫວ່າງປະເທດ, ຄວາມປອດໄພ ແລະຄວາມໝັ້ນຄົງ, ກອງກໍາລັງທະຫານ. ເຊິ່ງປະເທດ ປະເທດ ອິດສະລັງ ແມ່ນຄອງອັນດັບ 1 ຕໍ່ເນື່ອງ 15 ປີຊ້ອນ

ທີ່ມາ: worldpopulationreview.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles